ໃນບົດປະຈຳວັນນີ້ ຂໍສະເໜີເລື່ອງອ່າວເບົາ ແຕ່ມີຄວາມສຳຄັນຍິ່ງສຳລັບຊີວິດອິນຊີຂອງມະນຸດນັ້ນ ກໍຄື ເລື່ອງອາຫານການກິນ ເຊິ່ງຫຼາຍປະເທດໄດ້ມີລະບຽບການ ມາດຕະການໃນການຄຸ້ມຄອງ ກວດກາການຜະລິດ ການຈຳໜ່າຍ ແລະ ການບໍລິໂພກ ເຊັ່ນ:
ທີ່ ອິນເດຍ: ມີຂ່າວເກົ່າໆແຕ່ປີ 2013 (ວຽງຈັນທາມ 6/12/2013) ທີ່ເວົ້າກ່ຽວກັບທາງການອິນເດຍ ໄດ້ອອກຄຳສັ່ງຢ່າງເດັດຂາດໃຫ້ບັນດາຮ້ານຂາຍເຄື່ອງດື່ມ ຂອງແກ້ມ ເຄື່ອງກິນແບບຂົບຄ້ຽວ ທີ່ມີຈຳນວນຫຼາຍລ້ານຮ້ານຕາມແຄມທາງ ເອົາໃຈໃສ່ເລື່ອງອະນາໄມ ເຊັ່ນ: ຜູ້ຂາຍຕ້ອງລ້າງມືພາຍຫຼັງໃຊ້ຫ້ອງນ້ຳ ຫ້າມໄອ-ຈາມໃສ່ອາຫານ ແລະ ພິເສດສຸດໆ ກໍຄື ຫ້າມແກະຂີ້ດັງ.
ທີ່ ມາເລເຊຍ: ໃນລະຫວ່າງກາງປີ 2020 ນີ້ ທາງສະຫະພັນບັນດາສະມາຄົມລ້ຽງສັດຂອງມາເລເຊຍ (FLFAM) ໄດ້ອອກຄຳຮຽກຮ້ອງເຖິງຜູ້ບໍລິໂພກທັງຫຼາຍ ບໍ່ໃຫ້ຊື້ຊີ້ນໝູຈາກບັນດາປະເທດທີ່ທາງການໄດ້ສັ່ງຫ້າມ ທັງນີ້ກໍເພື່ອປ້ອງກັນພະຍາດໄຂ້ຫວັດໝູສາຍພັນອາຟຣິກາ.
ສ່ວນໃນມາເລເຊຍເອງນັ້ນ ທາງ FLFAM ກໍໄດ້ມີມາດຕະການຢ່າງເຂັ້ມງວດ ໃນການຮັກສາຄວາມປອດໄພຂອງອຸດສາຫະກຳຊີ້ນໝູ ຈາກເຊື້ອພະຍາດໝູທີ່ພວມລະບາດຢູ່ໃນຫຼາຍໆປະເທດ ທ່ານ ຕັນ ຈີຣີ ປະທານ FLFAM ໄດ້ມີຄຳເຫັນກ່ຽວກັບເລື່ອງນີ້ວ່າ ຟາມລ້ຽງໝູໃນມາເລເຊຍນັ້ນ ໄດ້ຍົກລະດັບການປ້ອງກັນພະຍາດໄຂ້ຫວັດໝູສາຍພັນອາຟຣິກາຂຶ້ນໃນລະດັບສູງ ດ້ວຍການໃຊ້ຢາຂ້າເຊື້ອສະເພາະ ແລະ ດ້ວຍວິທີການອື່ນໆ.
ທີ່ ສປ ຈີນ: ມີສອງເລື່ອງທີ່ໜ້າສົນໃຈຈາກ ສປ ຈີນ ຄື: ເລື່ອງທີໜຶ່ງແມ່ນກ່ຽວກັບຊາຍນັກທຸລະກິດ ອາຍຸ 38 ປີຄົນໜຶ່ງ ຢູ່ນະຄອນຈົງຈິງ ຫຼົງເຊື່ອຄຳແນະນຳຂອງເພື່ອນໆທີ່ບອກວ່າການດື່ມເຫຼົ້າຫຼາຍໆ ສາມາດລະລາຍໜິ້ວໝາກໄຂ່ຫຼັງໃຫ້ໝົດໄປ ຊາຍຄົນນີ້ທີ່ມີອາການເຈັບໜິ້ວໝາກໄຂ່ຫຼັງມາເປັນເວລາຫຼາຍປີ ໄດ້ກວດພົບວ່າ ເຂົາມີກ້ອນຫີນ (ໜິ້ວ) 10 ເມັດຢູ່ໝາກໄຂ່ຫຼັງ ຈຳເປັນຕ້ອງໄດ້ຜ່າຕັດ ແຕ່ເຂົາຜັດເກີດອາການຢ້ານກົວ ບໍ່ກ້າໄປຮັບການຜ່າຕັດ ດັ່ງນັ້ນ ຈຶ່ງຊອກວິທີປິ່ນປົວເອົາເອງຕາມສູດພື້ນເມືອງ.
ເຂົາໄດ້ຮັບຄຳແນະນຳຈາກບັນດາເພື່ອນໆວ່າ ໜິ້ວໝາກໄຂ່ຫຼັງສາມາດປິ່ນປົວໃຫ້ຫາຍໄດ້ ຖ້າດື່ມເຫຼົ້າໃນປະລິມານຫຼາຍໃນແຕ່ລະວັນ ຍິນແນວນັ້ນ ຊາຍເຈົ້າຂອງໜິ້ວໝາກໄຂ່ຫຼັງກໍເລີ່ມດື່ມເບຍວັນລະ 10 ຂວດເປັນປະຈຳ ເປັນເວລາດົນ ແຕ່ໜິ້ວກໍບໍ່ຫາຍ ສຸດທ້າຍເຂົາກໍຍອມຈຳນົນ ແຕ່ຂ່າວບໍ່ໄດ້ບອກວ່າເຂົາຍອມໄປຜ່າຕັດ ຫຼື ບໍ່ ນີ້ກໍຄືເປັນຕົວຢ່າງໜຶ່ງຂອງການເຊື່ອທີ່ຂາດຫຼັກວິທະຍາສາດ ເຊິ່ງພວກຫູເບົາເອົາງ່າຍມັກຈະຕົກເປັນເຫຍື່ອ.
ສ່ວນອີກຂ່າວໜຶ່ງຈາກຈີນນັ້ນ ແມ່ນກ່ຽວກັບມາດຕະການເຂັ້ມງວດຂອງທາງການ ໃນການຄຸ້ມຄອງຄວາມປອດໄພຂອງອາຫານທີ່ນຳເຂົ້າ ທັງນີ້ ກໍເພາະວ່າ ຈີນເປັນປະເທດໜຶ່ງທີ່ນຳເຂົ້າຜະລິດຕະພັນອາຫານຈາກຕ່າງປະເທດ ເຊັ່ນ: ໃນໄຕມາດທີ 1 ຂອງປີ 2019 ນຳເຂົ້າໝາກໄມ້ ອາຫານທະເລ ແລະ ຊີ້ນໝູ ໄດ້ເພີ່ມປະລິມານ 40% ແຫຼ່ງນຳເຂົ້າສຳຄັນນັ້ນ ລວມມີຈາກພາກພື້ນອາເມຣິກາໃຕ້ ເຊັ່ນ: ບຣາຊິນ ຈີເລ ແລະ ອາກຊັງຕິນ ນອກຈາກນັ້ນ ແມ່ນນຳເຂົ້າຈາກຫຼາຍປະເທດໃນອາຊີ ແລະ ເອີຣົບ ປະເທດໃນອາຊຽນທີ່ສົ່ງອອກຜະລິດຕະພັນອາຫານໄປ ສປ ຈີນ ຫຼາຍທີ່ສຸດໄດ້ແກ່ ໄທ ແລະ ອິນໂດເນເຊຍ.