ສະມາຄົມ ແລະ ຮ້ານອາຫານ ຮ່ວມກັບພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ເປີດເຝິກອົບຮົມຫຼັກສູດພື້ນຖານແຫ່ງອາຊີບ ພາຍໃຕ້ໂຄງການພັດທະນາທັກສະດ້ານການທ່ອງທ່ຽວ(ໂຄງການລາວ/029) ໃນວັນທີ 28 – 29 ພະຈິກ 2020 ທີ່ສູນເຝິກອົບຮົມ ໄອຈອບ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໂດຍມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ພ້ອມດ້ວຍຜູ້ເຝິກອົບຮົມ 13 ທ່ານ ຈາກພາກທຸລະກິດໂຮງແຮມ – ຮ້ານອາຫານ ແລະ ນັກຮຽນພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ການເຝິກອົບຮົມ ແມ່ນໄດ້ເນັ້ນການປຸງແຕ່ງອາຫານສາກົນ ເຊິ່ງຄູເຝິກໄດ້ມີການສາທິດ ແລະ ໃຫ້ຜູ້ເຝິກແອບປະຕິບັດຕົວຈິງໃນແຕ່ລະຫົວຂໍ້ທີ່ວາງໄວ້ ໂດຍມີ 12 ຫົວຂໍ້ ຈາກນັ້ນ ຄູເຝິກໄດ້ປະເມີນຜົນ ປາກົດວ່ານັກສຳມະນາກອນທັງ 13 ທ່ານ ຜ່ານທັງໝົດ.

ການເປີດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບທັກສະການບໍລິການໃຫ້ແກ່ທຸລະກິດ ໂຮງແຮມ ແລະ ຮ້ານອາຫານ ໃຫ້ມີປະສິດທິພາບ ສາມາດທຽບເທົ່າໃນພາກພື້ນ ແລະ ສາກົນ.


