ນວ ມີຜູ້ເສຍຊີວິດ 20 ກວ່າຄົນຈາກອຸບັດເຫດ

    ວັນທີ 2 ເມສາ 2020 ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ແຈ້ງໃຫ້ໜັງສືພີມວຽງຈັນໃໝ່ຊາບວ່າ: ເດືອນມີນາ 2020 ຜ່ານມາ ທົ່ວນະຄອນຫຼວງວຽງຈັນມີອຸບັດເຫດທາງຖະໜົນເກີດຂຶ້ນທັງໝົດ 96 ລາຍ ມີຜູ້ເສຍຊີວິດຈຳນວນ 22 ຄົນ ທຽບໃສ່ເດືອນກຸມພາ ການເກີດອຸບັດເຫດແມ່ນຫຼຸດລົງ 22 ລາຍ ແລະ ຄົນເສຍຊີວິດກໍຫຼຸດລົງເຊັ່ນດຽວກັນ 4 ຄົນ ມູນຄ່າຄວາມເສຍຫາຍປະມານ 1,2 ຕື້ກີບ ເຊິ່ງເມືອງໄຊທານີເປັນເມືອງທີ່ເກີດອຸບັດເຫດຫຼາຍກວ່າໝູ່. 

    ການເກີດອຸ​ບັດ​ເຫດແຕ່ລະຄັ້ງ ​​ເຮັດໃຫ້​ມີພາຫະນະເປ່ເພເລັກໜ້ອຍ 69 ຄັນ ສົມຄວນ 121 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ບາດເຈັບເລັກໜ້ອຍ 24 ຄົນ ສົມຄວນ 98  ຄົນ ສາຫັດ 17 ຄົນ ສໍາລັບຄົນຂັບບາດເຈັບເລັກໜ້ອຍ 32 ຄົນ ສົມຄວນ 98 ຄົນ ສາຫັດ 15 ຄົນ ເສຍຊີວິດ 18 ຄົນ ສໍາລັບເມືອງຈັນທະບູລີ ເກີດຂຶ້ນ 5 ລາຍ ສີໂຄດຕະບອງ 10 ລາຍ ສີສັດຕະນາກ 14 ລາຍ ໄຊເຊດຖາ 11 ລາຍ ຫາດຊາຍຟອງ 8 ລາຍ ໄຊທານີ 38 ລາຍ ນາຊາຍທອງ 8 ລາຍ ປາກງື່ມ 1 ລາຍ ແລະ ເມືອງສັງທອງ 1 ລາຍ.

     ສ່ວນໃຫຍ່ການເກີດອຸບັດເຫດ ແມ່ນເກີດຈາກຜູ້ຂັບຂີ່ເມົາ​ແລ້ວ​ຂັບ ຂັບ​ໄວ​ເກີນ​ກຳນົດ ປະໝາດ ​ລວມທັງ​ສະພາບ​ເຕັກນິກ​ຂອງ​ລົດບໍ່​ໄດ້​ມາດຕະຖານ ສະນັ້ນ ເພື່ອຫຼີກເວັ້ນຈາກອຸບັດເຫດທີ່ຈະເກີດຂຶ້ນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ໂດຍເອົາໃຈໃສ່ເປັນພິເສດໃນການຄວບຄຸມຄວາມໄວ ດື່ມສິ່ງມຶນເມົາແລ້ວບໍ່ຂັບຂີ່ລົດ ແລະ ອື່ນໆ.

error: Content is protected !!