ລັດເພີ່ມມາດຕະການຮີບດ່ວນ ໃນການຜ່ອນຜັນການຊຳລະພາສີອາກອນ.​

    ວັນທີ 2 ເມສາ 2020 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວກ່ຽວກັບນະໂຍບາຍດ້ານເສດຖະກິດຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃນການເພີ່ມມາດຕະການຮີບດ່ວນ ໂດຍສະເພາະການເລື່ອນຜ່ອນຜັນໃນການຊຳລະພາສີອາກອນ ເປັນຕົ້ນແມ່ນ: ເລື່ອນການຊຳລະຄ່າທາງ ຕໍ່ເວລາການສົ່ງເອກະ​ສານລາຍງານການເງິນ ຍົກເວັ້ນອາກອນລາຍໄດ້ຜູ້ທີ່ໄດ້ຮັບເງິນເດືອນໜ້ອຍ ຍົກເວັ້ນອາກອນລາຍໄດ້ພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ ຍົກເວັ້ນພາສີອາກອນ ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງ ປັບຫຼຸດອັດຕາດອກເບ້ຍແກ່ພາກທຸລະກິດ ປັບລາຄານ້ຳມັນເຊື້ອໄຟລົງ ຄວບຄຸມລາຄາສິນຄ້າ ແນະນຳກະຊວງທີ່ກ່ຽວຂ້ອງ ປັບຫຼຸດລາຄາຄ່າໄຟຟ້າ ນ້ຳປະປາ ແລະ ຄ່າອິນເຕີເນັດລົງ.

error: Content is protected !!