ການຕອບສະໜອງສິນຄ້າມີພຽງພໍ ຫ້າມສວຍໂອກາດຂຶ້ນລາຄາ​

    ໃນໄລຍະນີ້ ເປັນໄລຍະທີ່ພ້ອມພາກັນຢູ່ເຮືອນຂອງຕົນ ຫຼີກລ່ຽງການອອກໄປຂ້າງນອກຖ້າບໍ່ຈຳເປັນ ເຊິ່ງເຮັດໃຫ້ຫຼາຍຄອບຄົວໄດ້ໄປອອກຕະຫຼາດຊື້ເຄື່ອງມາປະໄວ້ກິນຫຼາຍວັນ ເພື່ອຫຼີກລ່ຽງການອອກໄປຕະຫຼາດຫຼາຍຄັ້ງ ເຮັດໃຫ້ມີບາງຜູ້ປະກອບການ ກໍຄືຜູ້ຄ້າຂາຍຈຳນວນໜຶ່ງສວຍໂອກາດຂຶ້ນລາຄາສິນຄ່້າ ດັ່ງນັ້ນ ພະແນກອຖດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງໄດ້ມີການວາງແຜນກຽມຄວາມພ້ອມໃນການຄວບຄຸມລາຄາສິນຄ້າໃນໄລຍະວັນທີ 1 ຫາ 19 ເມສາ 2020 ນີ້ ໂດຍໄດ້ມີການຈັດບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ລົງຕິດຕາມຢ່າງໃກ້ຊິດຢູ່ບັນດາຕະຫຼາດໃນທົ່ວນະຄອນຫຼວງວຽງຈັນ ແລະ ໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນເຊື້ອໝັ້ນວ່າການສະໜອງສິນຄ້າພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ. 

    ທ່ານ ນັນຕາ ຊານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 30 ມີນາ ຜ່ານມາວ່າ: ເພື່ອຮັບມືຕໍ່ການແຜ່ລະບາດຂອງພະຍາດ COVID-19 ພະແນກອຸດສາຫະກຳ ແລະ ການຄ້າ ນວ ໂດຍສະເພາະວຽກງານຄຸ້ມຄອງສິນຄ້ານີ້ ພາຍຫຼັງມີການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ໃນທ້າຍເດືອນກຸມພາເປັນຕົ້ນມາ ແມ່ນໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ໂດຍສະເພາະແມ່ນປະສານກັບຂັ້ນກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສະເພາະກົມການຄ້າພາຍໃນ ເພື່ອຕິດຕາມກວດກາສິນຄ້າຕາມຫ້າງຮ້ານ ກໍຄືຕະຫຼາດທົ່ວໄປ ເຊິ່ງໃນ ນວ ມີຕະຫຼາດທັງໝົດ 101 ແຫ່ງ ໃນນັ້ນມີຕະຫຼາດໃຫຍ່ 8 ແຫ່ງຂຶ້ນກັບພະແນກຂອງພວກເຮົາຄຸ້ມຄອງ ເຊິ່ງໃນຕະຫຼາດດັ່ງກ່າວຜ່ານມາ ໄດ້ແຕ່ງພະນັກງານວິຊາການລົງໄປປະຈຳຢູ່ຕະຫຼາດ 1 ຄົນ ການລົງໄປແມ່ນໄດ້ຕິດຕາມການສະໜອງສິນຄ້າແຕ່ລະວັນ ໂດຍສະເພາະແມ່ນສິນຄ້າປະເພດສະບຽງອາຫານ ໃນ 8 ປະເພດສິນຄ້າຄວບຄຸມ ໂດຍສະເພາະແມ່ນຊີ້ນ ເຂົ້າ ປາ ໄກ່ ໄຂ່ ພືດຜັກຕ່າງໆ ເຊິ່ງໄດ້ມີການຕິດຕາມລາຄາສິນຄ້າໃນແຕ່ລະໄລຍະ. 

    ພາຍຫຼັງຄຳສັ່ງ 06/ນຍ ຂອງນາຍົກລັດຖະມົນຕີໄດ້ອອກມາ ຖືວ່າກ່ອນໜ້ານັ້ນກໍໄດ້ຈັດຕັ້ງປະຕິບັດແລ້ວ ໂດຍໄດ້ແຕ່ງຕັ້ງພະນັກງານເປັນ 3 ຈຸ ໂດຍມີພະນັກງານກົມການຄ້າພາຍໃນ ພະນັກງານພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ເມືອງ ເພື່ອເຄື່ອນໄຫວກວດກາສິນຄ້າໃນຂອບເຂດ 6 ຕົວເມືອງໃນຂອງ ນວ ເຊິ່ງມີໜ້າທີ່ຕິດຕາມກວດກາລາດຕະເວນເບີ່ງວ່າຕະຫຼາດໃດມີການຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ ແລະ ການກັກຕຸນສິນຄ້າ ແມ່ນຈະປັບໃໝຕາມລະບຽບການ. 

    ນັບແຕ່ນີ້ເຖິງວັນທີ 19 ເມສາ ແມ່ນຈະໄດ້ສືບຕໍ່ລົງຕິດຕາມກວດກາບັນດາຕະຫຼາດໃນແຕ່ລະເມືອງ ນັ້ນກໍເພື່ອບໍ່ໃຫ້ສັງຄົມແຕກຕື່ນຄືໄລຍະຜ່ານມາ ໂດຍໄດ້ເຊີນບໍລິສັດນຳເຂົ້າສິນຄ້າຢູ່ ນວ ມາປຶກສາຫາລືເພື່ອກຽມຄວາມພ້ອມໃນການຮັບມືໃນການຕອບສະໜອງສິນຄ້າໃຫ້ພຽງພໍ  ເຊິ່ງຕໍ່ກັບການກັກຕຸນສິນຄ້າ ກໍເປັນບັນຫາໜຶ່ງທີ່ວ່າຂ່າວບໍ່ມີມູນຄວາມຈິງ ເຮັດໃຫ້ຫຼາຍຄົນແຫ່ໄປຊື້ສິນຄ້າຈຳນວນຫຼວງຫຼາຍນັ້ນ ແມ່ນໄດ້ເປັນເຫດຜົນທີ່ເຮັດໃຫ້ຜູ້ປະກອບສ່ວນສວຍໂອກາດຂຶ້ນລາຄາສິນຄ້າ ຈຶ່ງຂໍໃຫ້ທຸກຄົນບໍລິໂພກຂ່າວສານຢ່າງກັ່ນກອງ ສົມເຫດສົມຜົນ ແລະ ຖ້າພົບການຂຶ້ນລາຄາສິນຄ້າບໍ່ສົມເຫດສົມຜົນ ສາມາດໂທແຈ້ງສາຍດ່ວນ 1510. 

error: Content is protected !!