ຫາລືກ່ຽວກັບວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນຢາສູບເຖື່ອນ

    ກອງປະຊຸມປຶກສາຫາລື ແລະ ສະຫຼຸບວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນຢາສູບນອກລະບົບ ຈັດຂຶ້ນ ວັນທີ 27 ພະຈິກ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຮອງຫົວໜ້າກົມ ພະແນກການ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນໄລຍະແຕ່ປີ 2019 ເຖິງປັດຈຸບັນ ກົມການຄ້າພາຍໃນ ໄດ້ຊີ້ນໍາ-ນໍາພາເຈົ້າໜ້າທີ່ກວດກາການຄ້າໃນຂອບເຂດທົ່ວປະເທດ ຕິດຕາມກວດຍຶດຢາສູບນອກລະບົບໄດ້ທັງໝົດ 202.591 ຊອງ ມູນຄ່າ 1.034.097.900 ກີບ ໃນນີ້ ຢາສູບ DUBLISS 96.000 ຊອງ ມູນຄ່າ 384.000.000ກີບ ຢາສູບ PINE CHANGE 20.677 ຊອງ ມູນຄ່າ 144.813.500 ກີບ ຢາສູບ BLUE RIVER 15.690 ຊອງ ມູນຄ່າ 121.518.000 ກີບ ຢາສູບຈີນ 3.666 ຊອງ ມູນຄ່າ 66.819.000 ກີບ ຢາສູບ TEXSAT5 11.332 ຊອງ ມູນຄ່າ 58.500.000 ກີບ ຢາສູບ ESSE 6.700 ຊອງ ມູນຄ່າ 60.758.000 ກີບ ຢາສູບກາມ້າ ຫວຽດນາມ 6.628 ຊອງ ມູນຄ່າ 33.116.000 ກີບ ຢາສູບ ERA 12.162 ຊອງ ມູນຄ່າ 28.148.400 ກີບ ຢາສູບ WINSTON 534 ຂອງ ມູນຄ່າ 6.350.000 ກີບ ແລະ ຢາສູບຊະນິດອື່ນ 29.238 ຊອງ ມູນຄ່າ 130.294.000 ກີບ ຢາສູບທັງໝົດທີ່ໄດ້ຢຶດມານັ້ນ ແມ່ນໄດ້ມີການຈັດພິທີທໍາລາຍຖິ້ມຢູ່ແຂວງ ເມືອງ ຕາມລະບຽບການ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!