ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງສຳເລັດ 99% ຄາດວ່າຈະມອບ-ຮັບເປີດນຳໃຊ້ໃນເດືອນທັນວານີ້

    ໃນວັນທີ 26 ພະຈິກ 2020 ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທ່ານ ບຸຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການກໍ່ສ້າງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເພື່ອກະກຽມຄວາມພ້ອມໃຫ້ແກ່ການມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງຢ່າງເປັນທາງການໃນເດືອນທັນວານີ້.

    ໃນໂອກາດນີ້ ທ່ານ ບຸນຈັນ ສິນທະວົງ ໄດ້ໃຫ້ສຳພາດວ່າ: ຜ່ານການລົງກວດກາຕິດຕາມການກໍ່ສ້າງເສັ້ນທາງດັ່ງກ່າວນັ້ນ ມາຮອດປັດຈຸບັນ ເສັ້ນທາງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ສຳເລັດ 99% ເຫຼືອພຽງການອະນາໄມ ໃສ່ປ້າຍ ແລະ ປັບປຸງບາງຈຸດຕື່ມ ກໍຈະສຳເລັດ 100% ຄາດວ່າຈະສາມາດຈັດພິທີມອບ-ຮັບໂຄງການໃນເດືອນທັນວາ ປີ 2020 ນີ້ ແລະ ໃນການລົງກວດກາຄັ້ງນີ້ ທາງຄະນະທີ່ໄດ້ລົງມາກວດກາກໍໄດ້ຊີ້ນຳໃຫ້ຜູ້ຮັບເໝົາໂຄງການ ເອົາໃຈໃສ່ສືບຕໍ່ວຽກທີ່ຍັງເຫຼືອໃຫ້ສຳເລັດທັນຕາມເວລາ ເພື່ອເປັນການກະກຽມໃຫ້ກັບການຈັດພິທີມອບ-ຮັບໂຄງການດັ່ງກ່າວ.

    ທ່ານ ຂັດຕິຍະສັກ ໃຈຍະວົງ ຫົວໜ້າຄະນະຂອງໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ໃຫ້ສຳພາດຕື່ມວ່າ: ໂຄງການກໍ່ສ້າງທາງດ່ວນດັ່ງກ່າວໄດ້ເຊັນສັນຍາສຳປະທານໃນຕົ້ນເດືອນເມສາ 2018 ຫຼັງຈາກນັ້ນແມ່ນໄດ້ເລີ່ມກໍ່ສ້າງ ແລະ ມາຮອດປັດຈຸບັນໄດ້ກໍ່ສ້າງສຳເລັດ 99% ເຊິ່ງໂຄງການໄດ້ກໍ່ສ້າງສຳເລັດກ່ອນສັນຍາ 5 ເດືອນ ໃນນັ້ນ ໄດ້ສຳເລັດການກໍ່ສ້າງທໍ່ລອດທາງ 100% ການກໍ່ສ້າງຂົວໄດ້ 97% ການກໍ່ສ້າງອຸໂມງ 100% ເຊິ່ງຄວາມຍາວອຸໂມງເບື້ອງຂວາ 845 ແມັດ ເບື້ອງຊ້າຍ 875 ແມັດ ການກໍ່ສ້າງຊັ້ນພື້ນທາງສຳເລັດ 98% ການກໍ່ສ້າງທາງປູຢາງຂົ້ວຊັ້ນ 1 ສຳເລັດ 98 % ແລະ ຂົ້ວຊັ້ນທີ 2 ສຳເລັດ 95% ການແຕ້ມເສັ້ນແບ່ງເລນຈະລາຈອນ 80% ການຕິດຕັ້ງລະບົບເກັບເງິນ 80% ການຕິດຕັ້ງລະບົບຄວບຄຸມກວດກາ 70% ການຕິດຕັ້ງປ້າຍສັນຍານຈະລາຈອນ 40% ການສ້ອມແປງບາງຈຸດທີ່ເປ່ເພ 98% ແລະ ການກໍ່ສ້າງລະບົບຕ້ານຕາຝັ່ງເຈື່ອນ 98% ແລະ ຄາດວ່າຈະໃຫ້ສຳເລັດໃນໄວໆນີ້ ເພື່ອໃຫ້ທັນກັບພິທີມອບຮັບ ແລະ ເປີດນຳໃຊ້ໃນເດືອນທັນວານີ້.

     ສຳລັບເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,10 ກິໂລແມັດ ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ ເມືອງໂພນໂຮງ ເມືອງຫິນເຫີບ ແລະ ເມືອງວັງວຽງ ຄວາມກວ້າງຂອງທາງ 23 ແມັດ ອອກແບບໂດຍມາດຕະຖານເຕັກນິກທາງດ່ວນ ສປ ຈີນ ແລະ ມາດຕະຖານເຕັກນິກຂອງອາຊຽນເປັນພື້ນຖານ ມີອຸໂມງ 1 ແຫ່ງ ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ ຄວາມໄວອອກແບບ 100 ກິໂລແມັດຕໍ່ຊົ່ວໂມງ ຕອນທາງດັ່ງກ່າວປະກອບມີຈຸດເຊື່ອມຕໍ່ທັງໝົດ 7 ແຫ່ງ ຈຸດເກັບເງິນ 8 ແຫ່ງ ( ນະຄອນຫຼວງວຽງຈັນ ບ້ານນາຊອນ ບ້ານບົວ ບ້ານສະກ້າ ບ້ານໂພນໂຮງ ແລະ ເມືອງວັງວຽງ ຈຸດພັກລົດມີ 2 ຈຸດ ສູນຄວບຄຸມ 2 ບ່ອນ ແລະ ສູນສ້ອມແປງ 2 ບ່ອນ ລົງທຶນທັງໝົດ 1.293 ລ້ານໂດລາສະຫະລັດ ໃນການເກັບຄ່າຜ່ານທາງນັ້ນສຳລັບລົດທົ່ວໄປແມ່ນເກັບໃນລາຄາ  0,06 ໂດລາຕໍ່ກິໂລແມັດ  ສ່ວນປະເພດລົດບັນທຸກແມ່ນຈະມີເຄື່ອງຊັງນໍ້າໜັກ ເກັບຕາມການຄິດໄລ່ຂອງນໍ້າໜັກ ສ່ວນປະເພດລົດທີ່ບໍ່ສາມາດຂຶ້ນໄປນຳໃຊ້ໃນເສັ້ນທາງດັ່ງກ່າວໄດ້ນັ້ນ ແມ່ນລົດຈັກທຸກປະເພດ ພ້ອມທັງລົດຕຸກໆ ຈຳໂບ້.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!