ວັນທີ 27 ພະຈິກ 2020 ນີ້ ສູນເລືອດແຫ່ງຊາດ ອົງການກາແດງລາວພ້ອມດ້ວຍກະຊວງອົງການຈັດຕັ້ງມະຫາຊົນຕ່າງໆ ຕະຫຼອດຮອດນັກຮຽນນັກສຶກສາ ພ້ອມດ້ວຍພະນັກງານ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ໄດ້ຮ່ວມກັນເປີດຂະບວນການບໍລິຈາກເລືອດຂຶ້ນ ເພື່ອຄໍານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ.

ການບໍລິຈາກເລືອດໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອຊ່ວຍເຫຼືອຄົນເຈັບທີ່ຕ້ອງການເລືອດທີ່ນອນປິ່ນປົວຢູ່ຕາມໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ ພາຍໃຕ້ຫົວຂໍ້ “45 ປີ ມີໄຊ ຍິ່ງໃຫຍ່-ຮ່ວມໃຈບໍລິຈາກເລືອດ”.
ດັ່ງນັ້ນ ຈຶ່ງຂໍເຊີນຊວນບັນດາທ່ານ ຜູ້ໃດສົນໃຈຢາກຮ່ວມບໍລິຈາກເລືອດໃນຄັ້ງນີ້ ກໍສາມາດມາຮ່ວມບໍລິຈາກໄດ້ ທີ່ສູນການຄ້າລາວ- ໄອເຕັກ ຊັ້ນ 4 ເລີ່ມແຕ່ເວລາ 8:30 ໂມງເຊົ້າ ຫາ 15:30 ໂມງແລງ.
# ຂ່າວ & ພາບ : ອຸເປຂາ