ພ້ອມກັນຢູ່ເຮືອນ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ແລະ ປະຕິບັດມາດຕະການປ້ອງກັນຕົນເອງ

ການຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ໄດ້ລະບຸໃຫ້ພະນັກງານ ລັດຖະກອນ ຢຸດການໄປເຮັດວຽກຢູ່ຫ້ອງການ ໃຫ້ເຮັດວຽກຢູ່ເຮືອນ ແລະ ຫ້າມໃຫ້ທຸກຄົນອອກຈາກເຮືອນ ຫຼື ທີ່ພັກຂອງຕົນ ຍົກເວັ້ນກໍລະນີຈຳເປັນ ນັ້ນກໍເພື່ອເພີ່ມທະວີມາດຕະການສະກັດກັ້ນການລະບາດ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ Covid-19 ເຊິ່ງມາດຕະການນີີ້ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ 1 ເມສາ 2020. 

    ທ່ານ ນາງ ພອນທິບ ສິດທິໄຊ ພະນັກງານບໍລິສັດລັດວິສາຫະກິດທ່ອງທ່ຽວລາວສະກາຍເວ ໄດ້ກ່າວວ່າ: ການທີ່ລັດຖະບານໄດ້ອອກຄຳສັ່ງເລກທີ 06/ນຍ ເຊິ່ງໄດ້ມີຫຼາຍມາດຕະການອອກມາໃຫ້ປະຊາຊົນລາວທຸກຄົນ ພ້ອມກັນຈັດຕັ້ງປະຕິບັດຮ່ວມກັນສະກັດກັ້ນພະຍາດນີ້ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດ Covid-19 ຕໍ່ກັບມາດຕະການດັ່ງກ່າວ ຂ້າພະເຈົ້າໃນນາມພະນັກງານ ກໍຄືປະຊາຊົນລາວຄົນໜຶ່ງ ໄດ້ແນະນຳໃຫ້ສະມາຊິກໃນຄອບຄົວ ປະຕິບັດຕາມແຈ້ງການຂອງລັດຢ່າງເຄັ່ງຄັດ ພະຍາຍາມລ້າງມືໃສ່ສະບູ່ ຫຼື ເຈວແອກໍຮໍເປັນປະຈຳ ເວລາກິນເຂົ້າແມ່ນໄດ້ນຳໃຊ້ບ່ວງກາງ ຫຼື ຕັກກິນຈານໃຜຈານມັນ ໃນກໍລະນີທີ່ຈໍາເປັນຕ້ອງອອກໄປຊື້ອາຫານທີ່ຕະຫຼາດ ກໍໃສ່ຜ້າອັດປາກ ເສື້ອຄຸມທາງນອກ ແລະ ເວລາທີ່ກັບມາເຮືອນກໍແກ້ເສື້ອຄຸມປະໄວ້ໜ້າເຮືອ ນຕາກແດດເພື່ອຂ້າເຊື້ອ ແລະ ຊັກໃນເວລາຕໍ່ມາ ລ້າງເກີບລ້າງຕີນກ່ອນເຂົ້າເຮືອນ ລ້າງຖົງ ແລະ ອາຫານທີ່ຊື້ມາ ກ່ອນນຳໄປເກັບມ້ຽນ (ຜັກ ຊີ້ນ ອາຫານແຫ້ງ ແລະ ອື່ນໆ). 

    ໃນນາມປະຊາຊົນລາວຄົນໜຶ່ງ ຂໍຝາກໃຫ້ທຸກຄົນຈົ່ງໃຊ້ຊີວິດຢ່າງມີສະຕິລະວັງຕົວ ປະຕິບັດຕາມແຈ້ງການຂອງພາກລັດຢ່າງເຄັ່ງຄັັດ ໃຫ້ຄຳນຶງເຖິງຄວາມປອດໄພຂອງຕົນ ຄອບຄົວ ແລະ ຄົນອ້ອມຂ້າງງ ຊ່ວຍເຫຼືອເຊິ່ງກັນແລະກັນ ບໍ່ສວຍໂອກາດເອົາລັດເອົາປຽບກັນໃນຍາມວິກິດການເຊັ່ນນີ້ ຢູ່ເຮືອນຂອງຕົນ ບໍ່ຊຸມແຊວ ແລະ ຝາກເຖິງແຮງງານທີ່ກັບມາຈາກຕ່າງປະເທດ ຂໍໃຫ້ອົດທົນກັກໂຕເອງເພື່ອໂຕເອງ ຄອບຄົວ ແລະ ປະເທດຊາດ. 

    ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈມາຍັງພັກລັດທີ່ໄດ້ເອົາໃຈໃສ່ເບິ່ງແຍງປະຊາຊົນທົ່ວປະເທດໃຫ້ລອດພົ້ນຈາກເຊື້ອໄວຣັສໂຄວິດ-19 ຂໍຂອບໃຈຢ່າງສຸດຊຶ້ງ ຕໍ່ທ່ານໝໍ ພະຍາບານ ແລະ ທຸກພາກສ່ວນທີ່ກຳລັງສຸມຈິດສຸມໃຈຕໍ່ສູ້ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເພື່ອປົກປ້ອງຄົນລາວທຸກຖ້ວນໜ້າໃຫ້ຢູ່ລອດປອດໄພ ແລະ ຂໍຂອບໃຈບໍລິສັດທີ່ຕົນເອງເຮັດວຽກ ທີ່ໄດ້ເອົາໃຈໃສ່່ຕິດຕາມສອບຖາມຊິວິດການເປັນຢູ່ຂອງພະນັກງານທຸກຄົນຢູ່ສະເໝີ.

error: Content is protected !!