ປີທີ 5 ໃນການຈັດກິດຈະກຳຂະບວນການກີລາ ແລະ ສີລະປະ ຂອງໂຮງຮຽນ ວິຣະຖາວອນ

    ໂຮງຮຽນ ວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປີດຂະບວນການແຂ່ງຂັນກີລາ ແລະ ສີລະປະ ປະຈໍາສົກຮຽນ 2000-2021 ລະຫວ່າງວັນທີ 25-27 ພະຈິກ 2020 ເປັນປະທານໂດຍທ່ານນາງ ນີລາວັນ ວິຣະຖາວອນ ຜູ້ອຳນວຍການໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສົມບູນ ວິຣະຖາວອນ ມີທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ແຂກຖືກເຊີນ ພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

    ທ່ານນາງ ນີລາວັນ ວິຣະຖາວອນ ໄດ້ກ່າວວ່າ: ເພື່ອປະຕິບັດຕາມ 5 ຫຼັກມູນການສຶກສາ ເປັນການເສີມສ້າງທັກສະ ສ້າງຄວາມສາມັກຄີໃນໝູ່ຄະນະ ທີ່ສໍາຄັນ ເປັນການເຝິກສະມາທິ ຮູ້ພ່າຍແພ້ ຮູ້ຊະນະ ໃຫ້ອະໄພ ມີນ້ໍາໃຈ ນັກກີລາ ສົ່ງເສີມສີລະປະວັດທະນະທໍາອັນດີງາມຂອງຊາດ ປະສົມປະສານກັບຍຸກສະໄໝ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ຫ່າງໄກສິ່ງເສບຕິດ ເພື່ອປະຕິບັດຕາມແຜນກິດຈະກໍາປະຈໍາປີຮຽນທີ່ເຄີຍປະຕິບັດຜ່ານມາແຕ່ລະປີ ແລະ ເປັນການສ້າງຂະບວນການຄຳນັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ສົ່ງເສີມສຸຂະພາບໃຫ້ນັກຮຽນ ເພີ່ມພັດທະນາທາງດ້ານສະໝອງ.

    ສຳລັບກິດຈະກໍາການແຂ່ງຂັນກີລາ ແລະ ສີລະປະຄັ້ງນີ້ ຈັດຂຶ້ນເປັນປີທີ 5 ປະກອບມີນັກກີລາທັງໝົດ 730 ຄົນ ຍິງ 376 ຄົນ ຊັ້ນປະຖົມ 391 ຄົນ ຍິງ 196 ຄົນ ມັດທະຍົມຕົ້ນ 221 ຄົນ ຍິງ 126 ຄົນ ມັດທະຍົມປາຍ 118 ຄົນ ຍິງ 54 ຄົນ ການແຂ່ງຂັນແບ່ງອອກເປັນ 3 ລະດັບ ຊັ້ນປະຖົມແຕ່ ປ1-ປ5 ມີ 5 ທີມ ຊັ້ນມັດທະຍົມຕົ້ນ ມີ 3 ທີມ ຊັ້ນມັດທະຍົມປາຍ ມີ 3 ທີມ ສ່ວນນັກຮຽນຊັ້ນ ມ7 ແມ່ນເປັນຜູ້ບໍລິຫານ ຈັດການ ແລະ ເປັນຜູ້ຊີ້ນໍາແຕ່ລະທີມ ໃນຖານະຮຸ່ນອ້າຍ-ເອື້ອຍ ກິດຈະກໍາໃນຄັ້ງນີ້ ມີຂະບວນຍ່າງ ການແຂ່ງຂັນເຕັ້ນປະກອບເພງ ແລະ ການແຂ່ງຂັນກີລາ 19 ຊະນິດ ນອກຈາກກິດຈະກໍາດັ່ງກ່າວມາແລ້ວ ຍັງຈັດໃຫ້ມີການແຂ່ງຂັນມີສເຕີ (MR) ແລະ (MISS) ມິສ ວິຣະຖາວອນ ປະຈຳປີ ແລະ ມີຮ້ານວາງສະແດງນຳອີກ.

# ຂ່າວ & ພາບ : ບຸນມີ

error: Content is protected !!