IOM ສະໜອງອຸປະກອນປ້ອງກັນ COVID-19 ໃຫ້ແກ່ 2 ດ່ານສາກົນ

    ວັນທີ 25 ພະຈິກ 2020 ທີ່ຫ້ອງການຕໍາຫຼວດກວດຄົນເຂົ້າເມືອງ (ຕມ) ສະໜາມບິນສາກົນວັດໄຕ ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ໄດ້ນຳເອົາອຸປະກອນປ້ອງກັນຕົນເອງຈາກເຊື້ອພະຍາດ COVID-19 ຫຼື PPE ມາມອບໃຫ້ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເປັນກຽດມອບໂດຍທ່ານນາງ ຊີນ່າ ແວນ ເບັມແມວ ໂຟກເນີ ຮັກສາການຫົວໜ້າຫ້ອງການອົງການ IOM ປະຈຳລາວ ກ່າວຮັບໂດຍທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມ ຕມ.

    ເພື່ອແກ້ໄຂ ແລະ ຕອບສະໜອງກັບຄວາມຕ້ອງການຕົວຈິງ ດັ່ງນັ້ນ ອົງການ IOM ຈຶ່ງໄດ້ສະໜອງຊຸດອຸປະກອນປ້ອງກັນຕົນເອງຈາກການລະບາດຂອງເຊື້ອພະຍາດ COVID 19 ຢູ່ 2 ດ່ານສາກົນ ຄື ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບລາວ-ໄທແຫ່ງທີ 1 ເຄື່ອງທີ່ມອບໃຫ້ແກ່ສະໜາມບິນສາກົນວັດໄຕ ປະກອບມີ ຜ້າອັດປາກ 15.000 ອັນ ຖົງມືແພດ 2.000 ຄູ່ ແວ່ນຕາ 190 ອັນ ເຈວລ້າງມື 1.000 ຕຸກ ແຜ່ນໃສກັນໃບໜ້າ 160 ອັນ ເຄື່ອງວັດອຸນຫະພູມແບບພົກພາ 10 ອັນ ເຄື່ອງສີດຂ້າເຊື້ອໄຟຟ້າ 15 ຊຸດ ສ່ວນຂົວມິດຕະພາບລາວ-ໄທແຫ່ງທີ 1 ປະກອບມີ ຜ້າອັດປາກ 10.000 ອັນ ເຈວລ້າງມື 50 ຕຸກ ເຄື່ອງວັດອຸນຫະພູມແບບພົກພາ 10 ອັນ ແລະ ເຄື່ອງສີດຂ້າເຊື່ອ 10 ຊຸດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!