ຊາວໜຸ່ມກົມຄົ້ນຄວ້າ-ສັງລວມ-ພຮລ ລົງນາມບົດບັນທຶກວ່າດ້ວຍການແຮກສ່ຽວ

    ໜ່ວຍຮາກຖານຊາວໜຸ່ມກົມຄົ້ນຄວ້າ-ສັງລວມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ໜ່ວຍຮາກຖານຊາວໜຸ່ມລັດວິສາຫະກິດພັດທະນາແຮ່ທາດລາວ (ພຮລ) ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການແຮກສ່ຽວ ວັນທີ 24 ພະຈິກ 2020 ຢູ່ ພຮລ ເຊິິ່ງລົງນາມໂດຍສະຫາຍ ບຸນເສີດ ສານຍາວົງ ເລຂາຄະນະໜ່ວຍຮາກຖານຊາວໜຸ່ມ ກົມຄົ້ນຄວ້າ-ສັງລວມ ແລະ ສະຫາຍນາງ ຈັນມະລີ ແກ້ວປະເສີດ ເລຂາຄະນະໜ່ວຍຮາກຖານຊາວໜຸ່ມ ພຮລ ມີສະຫາຍ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມຄົ້ນຄວ້າ-ສັງລວມ ສະຫາຍ ສຸບິນ ກອງທິບພະວົງ ຮອງຜູ້ອໍານວຍການ ພຮລ ສະຫາຍ ຈັນທະເລດ ວໍລະບຸດ ເລຂາຄະນະບໍລິຫານງານຊາວໝຸ່ມ ປປລ ກະຊວງ ພບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ຈຸດປະສົງເພື່ອສ້າງສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ  ແລະ  ກັນ  ລະຫວ່າງໜ່ວຍຮາກຖານຊາວໜຸ່ມກົມຄົ້ນຄວ້າ-ສັງລວມ ກັບໜ່ວຍຮາກຖານຊາວໜຸ່ມ ພຮລ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານດ້ານວິຊາການ ແລະ ດ້ານວຽກງານວິຊາສະເພາະ ລະຫວ່າງສະມາຊິກຊາວໜຸ່ມທັງສອງຝ່າຍ ເພື່ອຊຸກຍູ້ສົ່ງ ເສີມ ກໍ່ສ້າງ ແລະ ປັບປຸງໃຫ້ຄະນະຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງສອງຝ່າຍມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນໍາມາພັດທະນາຕົນເອງໃນດ້ານຕ່າງໆໃຫ້ເຂັ້ມແຂງ ທັງເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ ຂອງຊາດ ແລະ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ແລະ ຮ່ວມມືກັນຈັດກິດຈະກໍາຕ່າງໆ ເພື່ອຊ່ວຍເຫຼືອສັງຄົມຕາມຄວາມເໜາະສົມ.

# ຂ່າວ & ພາບ : ສະບາໄພ

error: Content is protected !!