ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ປິດລົງດ້ວຍຜົນສຳເລັດອັນຈົບງາມ

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ IX ໄດ້ປິດລົງໃນວັນທີ 25 ພະຈິກ 2020 ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ ຢູ່ມະຫາວິທະຍາແຫ່ງຊາດ (ມຊ) ໂດຍເປັນປະທານຂອງສະຫາຍນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມສະຫາຍຮອງເລຂາຄະນະພັກກະຊວງ ສະມາຊິກພັກອາວຸໂສບຳນານ ສະຫາຍຜູ້ແທນສົມບູນຈຳນວນ 363 ສະຫາຍ ຍິງ 103 ສະຫາຍ ແລະ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ປິດລົງດ້ວຍຜົນສຳເລັດອັນຈົບງາມ

    ໃນການດຳເນີນກອງປະຊຸມ ຜູ້ແທນສົມບູນໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ສສກ ຊຸດໃໝ່ ໂດຍໄດ້ດຳເນີນໄປຢ່າງມີປະຊາທິປະໄຕ ແລະ ຄວາມຮັບຜິດຊອບສູງ ເຊິ່ງສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບອັນໜັກແໜ້ນ ທີ່ເປັນມູນເຊື້ອອັນດີງາມຂອງອົງຄະນະພັກ ຮັບປະກັນໄດ້ລັກສະນະສືບທອດຕໍ່ເນື່ອງ ແລະ ການຫັນເປັນໜຸ່ມຕາມການນຳພາ-ຊີ້ນຳຂອງພັກ ເທື່ອລະກ້າວ ເຊິ່ງຄະນະບໍລິຫານງານພັກກະຊວງ ສສກ ສະໄໝທີ IX ປະກອບມີ 21 ສະຫາຍ ຍິງ 6 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງ ສສກ ສະໄໝທີ IX ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາຄະນະປະຈຳພັກກະຊວງ ສສກ ຈຳນວນ 7 ສະຫາຍ ຍິງ 3 ສະຫາຍ ພ້ອມດຽວກັນນີ້ ກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ພຸດ ສິມມາລາວົງ ເປັນເລຂາຄະນະພັກກະຊວງ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ເປັນຮອງເລຂາຄະນະພັກກະຊວງ ເລືອກເອົາສະຫາຍ ສຳລານ ພັນຄະວົງ ເປັນປະທານກວດກາພັກ ເລືອກສະຫາຍ ບຸນມີ ຈັນທະອຸດົມ ສະຫາຍ ຮຸ່ງເພັດ ຈັນທະວົງ ແລະ ສະຫາຍ ອິນທະວົງ ມະນີທອງ ເປັນຮອງປະທານຄະນະກວດກາພັກ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!