ໂຄງການກໍ່ສ້າງທາງລົດໄຟລາວ-ຈີນຄືບໜ້າ 94,15%

     ກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ຈັດຂຶ້ນວັນທີ 25 ພະຈິກ 2020 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈຳການ) ພ້ອມດ້ວຍຄະນະຊີ້ນຳໂຄງການຂັ້ນສູງກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

   ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານວ່າ: ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 1 ໄລຍະທາງ 409 ກິໂລແມັດ ມາຮອດທ້າຍເດືອນຕຸລາ 2020 ໂຄງການສາມາດຈັດຕັ້ງປະຕິບັດສຳເລັດ 94,15% ຂອງວຽກງານກໍ່ສ້າງຟື້ນຖານໂຄງລ່າງທາງລົດໄຟ ທຽບໃສ່ເດືອນກັນຍາ 2020 ເພີ່ມຂຶ້ນ 1,95% ໃນນີ້ປະກອບມີໜ້າວຽກຫຼັກຄື: ການກໍ່ສ້າງຂົວໃນ165 ແຫ່ງ ໃນນັ້ນ ສ້າງເສົາຂົວສຳເລັດ 2.041 ເສົາ ທຽບໃສ່ເດືອນກັນຍາ 2020 ເພີ່ມຂຶ້ນ 13 ເສົາ ສຳເລັດການວາງຂາງຂົວ  1.842 ຊ່ວງເສົາ ທຽບໃສ່ເດືອນກັນຍາ 2020 ເພີ່ມຂຶ້ນ 108​ ຊ່ວງເສົາ ກວມເອົາ 88,70% ຂອງການອອກແບບທັງໝົດ.

   ສໍາລັບວຽກການວາງລາງທາງລົດໄຟ ເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາແຂວງຫຼວງພະບາງ ຮອດທ້າຍເດືອນຕຸລາ 2020 ສໍາເລັດ 161,60 ກິໂລແມັດ ໃນຄວາມຍາວທັງໝົດ 409 ກິໂລແມັດ ເທົ່າກັບ 39,51%  ສ່ວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງຊ່ວງທີ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ສາມາດປະຕິບັດສໍາເລັດ 8,49% ທຽບໃສ່ເດືອນກັນຍາ 2020​ ເພີ່ມຂຶ້ນ 3,49%.

   ວຽກເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໂຄງການ ໄດ້ສຳເລັດການເບີກຈ່າຍຄ່າຊົດເຊີຍໃຫ້ປະຊາຊົນບັນດາແຂວງ ແລະ ນະຄອນຫຼວງທັງໝົດ 928,50 ຕື້ກີບ ໃນນີ້ ໄດ້ນຳໃຊ້ບ້ວງເງິນຂອງບໍລິສັດລົດໄຟລາວ-ຈີນ ມູນຄ່າ 416,83 ຕື້ກີບ ແລະ ບ້ວງເງິນງົບປະມານຂອງລັດຖະບານ ມູນຄ່າ 511,67 ຕື້ກີບ.

   ສໍາລັບແຜນງົບປະມານຂອງລັດຖະບານເພື່ອເບີກຈ່າຍເງິນຄ່າຊົດເຊີຍສິ່ງກີດຂວາງຂອງໂຄງການ ໃນປີ 2020 ມີມູນຄ່າ 400 ຕື້ກີບ ໂດຍຄະນະຄຸ້ມຄອງໂຄງການໄດ້ຈັດສັນໃຫ້ແຕ່ລະແຂວງ ລວມມູນຄ່າ 283,53 ຕື້ກີບ ໃນນັ້ນ ມີແຂວງອຸດົມໄຊ 38,49 ຕື້ກີບ ຫຼວງນໍ້າທາ ແລະ ຫຼວງພະບາງແຂວງລະ 30 ຕື້ກີບ ແຂວງວຽງຈັນ 65,64 ຕື້ກີບ  ແລະ ນະຄອນຫຼວງວຽງຈັນ 119,39 ຕື້ກີບ ສ່ວນທີ່ເຫຼືອ 116,46 ຕື້ກີບ ໄດ້ສະເໜີຂັ້ນເທິງພິຈາລະນາ ເພື່ອເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໂຄງການຊ່ວງທີ 2 ແຕ່ສະຖານີໂດຍສານນະຄອນຫຼວງ ຫາສະຖານີສິນຄ້າວຽງຈັນໃຕ້ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

# ຂ່າວ & ພາບ : ລັດເວລາ

error: Content is protected !!