ສະພາການຄ້າເປັນພຽງຜູ້ປະສານງານ ການປ່ອຍເງິນກູ້ແມ່ນທະນາຄານ

    ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃຫ້ສຳພາດວັນທີ 24 ພະຈິກ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດວ່າ: ສະພາການຄ້າມີໜ້າທີ່ເປັນໃຈກາງໃນການປະສານງານໃຫ້ກັບຜູ້ປະກອບການ ຄຸ້ມຄອງບັນດາສະມາຄົມຕ່າງໆ ຕິດຕາມກວດການການດຳເນີນທຸລະກິດຂອງຜູ້ປະກອບການທີ່ເປັນສະມາຊິກຂອງສະພາການຄ້າ ແຕ່ບໍ່ແມ່ນຜູ້ປ່ອຍເງິນໃຫ້ກັບບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ຂະໜາດກາງ (SME) ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ແລະ ກໍບໍ່ແມ່ນຜູ້ຄໍ້າປະກັນຕ່າງໆໃຫ້ກັບສະມາຊິກ ພຽງແຕ່ປະສານງານກັບບັນດາທະນາຄານໃຫ້ຜູ້ຕ້ອງການທຶນທີ່ດຳເນີນທຸລະກິດຕ່າງໆ ໂດຍສະເພາະ ຂະແໜງກະສິກຳ ສ່ວນການປ່ອຍເງິນກູ້ແມ່ນພາກສ່ວນຂອງທະນາຄານຮັບຜິດຊອບ.

    ການເຂົ້າເຖິງລະບົບເງິນກູ້ ແມ່ນສາມາດເຂົ້າໄດ້ທຸກຫົວໜ່ວຍທຸລະກິດ ແຕ່ຕ້ອງເປັນທຸລະກິດທີ່ມີຕົວຕົນ ຖືລະບົບບັນຊີທີ່ຖືກຕ້ອງ ແລະ ນຳໃຊ້ເຂົ້າໃນທຸລະກິດຢ່າງແທ້ຈິງ ບັນດາ SME ຫຼື ປະຊາຊົນທຸນຄົນສາມາດເຂົ້າເຖິງແຫຼ່ງທຶນໄດ້ໂດຍຜ່ານທະນາຄານລາວ-ຝຣັ່ງ ທະນາຄານຊາຄອມແບັງ ສະຖາບັນການເງິນຈຸລະພາກ NCC ແລະ ສະຖາບັນການເງິນຈຸລະພາກ EMI ແຕ່ຕ້ອງຜ່ານການປະສານງານລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກັບບັນດາທະນາຄານ ຫຼື ສະຖາບັນການເງິນຈຸລະພາກ ເພື່ອສຶກສາຂໍ້ມູນຕ່າງໆກ່ຽວກັບຜູ້ທີ່ຕ້ອງການທຶນ ເພື່ອໃຫ້ຮູ້ໄດ້ວ່າຜູ້ທີ່ຢືມເງິນໄປນັ້ນນຳໃຊ້ເຂົ້າໃນການຜະລິດ ຫຼື ທຸລະກິດຕ່າງໆແທ້ບໍ ແລະ ຈະສາມາດໃຊ້ໜີ້ໃຫ້ກັບທະນາຄານໄດ້ຫຼືບໍ (ປັດຈຸບັນສະມາຊິກສະພາການຄ້າມີ 4.000 ບໍລິສັດ) ປັດຈຸບັນແມ່ນສຸມໃສ່ຂະແໜງກະສິກຳ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ໂດຍການສົ່ງເສີມດ້ານການປະສານງານ ໃນການແນະນຳໃຫ້ແກ່ຜູ້ຜະລິດທີ່ຕ້ອງການທຶນມານໍາໃຊ້ເຂົ້າໃນວຽກງານ ເພື່ອໃຫ້ຜູ້ຕ້ອງການທຶນຮູ້ວ່າ ການເຮັດທຸລະກິດແບບນີ້ຄວນໄປຫາທະນາຄານແບບໃດ ເນື່ອງຈາກວ່າບັນດາທະນາຄານຕ່າງໆແມ່ນມີນະໂຍບາຍແຕກຕ່າງກັນ ເພື່ອເຮັດໃຫ້ຜູ້ຜະລິດສາມາດເຂົ້າເຖິງການປ່ອຍກູ້ທີ່ເໝາະສົມໃຫ້ກັບຜູ້ເຮັດການຜະລິດ.

    ສຳລັບ SME ທີ່ຈະສາມາດເຂົ້າເຖິງແຫຼ່ງທຶນເພື່ອຢືມເງິນຈາກທະນາຄານ ຫຼື ສະຖາບັນການເງິນຈຸລະພາກຕ້ອງມີເງື່ອນໄຂຄື ຕ້ອງມີທຸລະກິດທີ່ມີຕົວຕົນ ສ້າງແຜນທຸລະກິດ ມີລະບົບບັນຊີ ສ້າງແຜນລາຍຮັບ-ລາຍຈ່າຍ ແຜນການຜະລິດ ແຜນການດຳເນີນທຸລະກິດຕ່າງໆ ຫຼື ຈະເຂົ້າມາພົວພັນປຶກສາໄດ້ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຫຼື ໂທສອບຖາມໄດ້ທີ່ເບີ 021 416267 ແລະ 021 416266.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!