ພັດທະນາຊົນນະບົດ ຍັງເປັນຍຸດທະສາດສຳຄັນຢ່າງຕໍ່ເນື່ອງ

    ວຽກ​ບຸ­ລິ­ມະ­ສິດ​ຂອງ​ລັດ­ຖະ­ບານ ຍາມ​ໃດ​ກໍ​ຍັງ​ຖື​ເອົາ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ເປັນ​ຍຸດ​ທະ​ສາດ​ສຳ­ຄັນ​ຂອງ​ການ​ພັດ­ທະ­ນາ ເພື່ອ​ສ້າງ​ຂະ​ບວນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ແລະ ຕໍ່​ເນື່ອງ ບໍ່​ໃຫ້​ຫຼຸດ​ໂຕນ​ກັນ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ ບໍ່​ດົນ​ມາ​ນີ້ ຄື​ວັນ​ທີ 18 ກຸມ­ພາ 2020 ກົມ​ການ­ເມືອງ​ສູນ​ກາງ​ພັກ ໄດ້​ອອກ​ຄຳ​ສັງ​ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ ການ​ຊີ້​ນຳ-ນຳ­ພາ​ຕໍ່​ວຽກ​ງານ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ.

    ວຽກ​ງານ​ພັດ­ທະ­ນາ​ຊົນ­ນະ­ບົດ ຍັງ​ໄດ້​ຖືກ​ບັນ­ຈຸ​ໃນ​ແຜນ​ພັດ­ທະ­ນາ​ຂອງ​ລັດ­ຖະ­ບານ ເຫັນ​ໄດ້​ຈາກ​ຄຳ​ແນະ­ນຳ​ຂອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ວັນ​ທີ 26 ກໍ­ລະ­ກົດ 2019 ທີ່​ສະ­ຫຼຸບ​ຕີ​ລາ­ຄາ​ຄືນ​ເຖິງ​ຂໍ້​ສະ­ດວກ ແລະ ຂໍ້​ຫຍຸ້ງ­ຍາກ ການ​ພັດ­ທະ­ນາ​ຢູ່​ເຂດ​ຈຸດ​ສຸມ​ເປັນ​ຄື​ແນວ­ໃດ? ສະ­ຫຼຸບ​ຕີ​ລາ­ຄາ​ສະ­ພາບ​ຄວາມ​ແຕກ​ໂຕນ​ກັນ​ລະ­ຫວ່າງ​ຄົນ​ທຸກ ແລະ ຄົນ​ຮັ່ງ ຕົວ​ເມືອງ ແລະ ຊົນ­ນະ­ບົດ ພວກ​ເຮົາ​ສາ­ມາດ​ເຫັນ​ໄດ້​ວ່າ ພັກ ແລະ ລັດ­ຖະ­ບານ ຍາມ​ໃດ​ກໍ​ຍັງ​ຖື​ວຽກ​ງານ​ພັດ­ທະ­ນາ​ຊົນ­ນະ­ບົດ​ເປັນ​ຍຸດ​ທະ​ສາດ​ສຳ­ຄັນ ຕໍ່​ການ​ພັດ­ທະ­ນາ ເພື່ອ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ຂະ­ຫຍາຍ­ຕົວ​ຢ່າງ​ຍືນ​ຍົງ ແລະ ບໍ່​ຫຼຸດ​ໂຕນ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ.

    ຄຳ​ສັ່ງ​ຂອງ​ກົມ​ການ­ເມືອງ​ໃນ​ແຜນ​ຈຸດ​ສຸມ ຂໍ້​ທີ II ໄດ້​ເນັ້ນ​ວ່າ: ສືບ­ຕໍ່​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຊຸມ​ຊົນ (ຊາວ­ບ້ານ) ສ້າງ​ຄົນ​ຊົນ­ນະ­ບົດ​ໃຫ້​ເປັນ​ເຈົ້າ​ຊົນ­ນະ­ບົດ ແລະ ກາຍ­ເປັນ​ນັກ​ພັດ­ທະ­ນາ ໂດຍ​ເລີ່ມ​ຈາກ​ການ​ປັບ­ປຸງ​ເນື້ອ​ໃນ ແລະ ແບບ­ແຜນ​ການ​ນຳ­ພາ​ຂອງ​ຮາກ​ຖານ​ພັກ​ບ້ານ​ໃຫ້​ເປັນ​ຫຼັກ​ແຫຼ່ງ ແກ່ນ­ສານ ໃນ​ການ​ນຳ­ພາ​ຮອບ­ດ້ານ​ຢູ່​ຊົນ­ນະ­ບົດ​ຢ່າງ​ແທ້​ຈິງ ສືບ­ຕໍ່​ປັບ­ປຸງ​ລະ­ບົບ​ບໍ­ລິ­ຫານ​ລັດ​ຂັ້ນ​ເມືອງ ຂັ້ນ​ບ້ານ ດ້ວຍ​ການ​ເອົາ­ໃຈ­ໃສ່​ສ້າງ​ຍົກ​ລະ­ດັບ​ຄວາມ​ຮູ້​ໃຫ້​ແກ່​ຖັນ​ແຖວ​ພະ­ນັກ­ງານ ແລະ ການ­ຈັດ­ຕັ້ງ​ໃນ​ລະ­ບົບ​ການ­ເມືອງ​ຂັ້ນ​ຮາກ​ຖານ ໃຫ້​ເສີມ​ຂະ­ຫຍາຍ​ບົດ­ບາດ​ທີ່​ຕັ້ງ­ໜ້າ​ຂອງ​ຕົນ.

    ສັງ​ລວມ​ຈາກ​ເອ­ກະ­ສານ​ທີ່​ກ່າວ ເຫັນ​ໄດ້​ວ່າ ທິດ​ທາງ​ລວມ ແມ່ນ​ຍັງ​ຢຶດ​ໝັ້ນ​ຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ຕໍ່​ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຢ່າງ­ຮອບ­ດ້ານ ຖື​ເປັນ​ໜ້າ­ທີ່​ຍຸດ​ທະ​ສາດ ທັງ​ເປັນ​ວຽກ​ບຸ­ລິ­ມະ­ສິດ​ສຳ­ຄັນ​ຂອງ​ພັກ-ລັດ ແລະ ທົ່ວ​ສັງ­ຄົມ ເພາະ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຍາມ​ໃດ ກໍ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ແລະ ສ້າງ​ຄວາມ​ຮັ່ງ­ມີ​ໃຫ້​ແກ່​ປະ­ຊາ­ຊົນ ມັນ​ແມ່ນ​ການ​ປະ­ຕິ­ບັດ​ພັນ­ທະ​ໜ້າ­ທີ່​ສາ­ກົນ ໃນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ອີກ​ດ້ວຍ.

ໂດຍ: ດັ້ນກີບເມກ

Leave a Reply

error: Content is protected !!