ນະໂຍບາຍດີໆ ເພື່ອດຶງດູດການລົງທຶນ

ມື້­ນີ້​ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້­ຈັກ​ກັບ​ນະ­ໂຍ­ບາຍ ລົງ­ທຶນ​ພັດ­ທະ­ນາ​ທຸ­ລະ​ກິດ ຢູ່​ອິນ​ໂດ​ເນ​ເຊຍ ແລະ ສິງ­ກະ­ໂປ ເພື່ອ​ເບິ່ງ​ໄວ້​ເປັນ​ບົດ­ຮຽນ.

ທີ່ ອິນ​ໂດ​ເນ​ເຊຍ: ມີ​ຂ່າວ​ອອກ​ມາ​ຈາກ​ອິນ​ໂດ​ເນ​ເຊຍ ໃນ​ຕົ້ນ​ເດືອນ​ຕຸ­ລາ ປີ 2019 (ວຽງ​ຈັນ​ທາມ 7 ຕຸ­ລາ 2019) ວ່າ: ທາງ​ກະ­ຊວງ​ກົດ­ໝາຍ ແລະ ສິດ­ທິ​ມະ­ນຸດ​ຂອງ​ປະ­ເທດ​ນີ້ ໄດ້​ລິ​ເລີ່ມ​ແຜນ​ສ້າງ​ແຜນ​ປະ­ຕິ­ບັດ​ງານ​ແຫ່ງ​ຊາດ ເພື່ອ​ສົ່ງ­ເສີມ​ຫຼັກ­ການ​ສິດ­ທິ​ມະ­ນຸດ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເວົ້າ​ໃຫ້​ເຂົ້າ​ໃຈ­ງ່າຍໆ ກໍ​ຄື ແຜນ​ງານ​ເພື່ອ​ສ້າງ​ຄວາມ​ສົມ​ດູນ​ລະ­ຫວ່າງ ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ກັບ​ການ​ເຄົາ­ລົບ​ສິດ­ທິ​ມະ­ນຸດ​ຂອງ​ປະ­ຊາ­ຊົນ ບໍ່​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ແຕະ­ຕ້ອງ​ສິດ­ທິ​ມະ­ນຸດ ຍ້ອນ​ແລ່ນ​ແຕ່​ນຳ​ຜົນ​ກຳ­ໄລ​ອ້ອຍ­ຕ້ອຍ ຄື​ບາງ​ປະ­ເທດ​ໄດ້​ປະ​ເຊີນ​ມາ​ແລ້ວ.

ແຜນ​ງານ​ສົ່ງ­ເສີມ​ຫຼັກ ສິດ­ທິ​ມະ­ນຸດ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່​ອິນ​ໂດ​ເນ​ເຊຍ ຈະ​ເນັ້ນ​ສະ­ເພາະ​ໃນ​ຂະ­ແໜງ­ການ​ທີ່​ມີ​ຜົນ​ກະ­ທົບ​ໄວ​ຕໍ່​ສັງ­ຄົມ ເຊັ່ນ: ຂົງ­ເຂດ​ທຸ­ລະ​ກິດ ການ​ປູກ­ຝັງ​ທີ່​ຕ້ອງ​ໄດ້​ມີ​ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທີ່​ດິນ ປ່າ­ໄມ້ ແຫຼ່ງ​ນ້ຳ​ຢ່າງ​ຫຼວງ­ຫຼາຍ ຕໍ່​ໄປ​ກໍ​ແມ່ນ​ທຸ­ລະ​ກິດ​ບໍ່​ແຮ່ ເຊິ່ງ​ແຕະ­ຕ້ອງ​ພື້ນ​ທີ່​ດິນ​ເຂດ​ບໍ່​ມີ​ການ​ນຳ​ໃຊ້​ສານ​ເຄ​ມີ ຕະ­ຫຼອດ​ຮອດ​ການ​ຍົກ­ຍ້າຍ​ປະ­ຊາ­ຊົນ​ອອກ​ຈາກ​ເຂດ​ທຸ­ລະ​ກິດ ສຸດ​ທ້າຍ​ນັ້ນ​ແມ່ນ​ທຸ­ລະ​ກິດ​ທ່ອງ​ທ່ຽວ ທີ່​ຕ້ອງ​ມີ​ການ​ສັບ​ສ່າວ​ບຸກ­ເບີກ​ເນື້ອ­ທີ່​ເພື່ອ​ພັດ­ທະ­ນາ​ໂຄງ​ລ່າງ​ທີ່​ຈຳ­ເປັນ ແຕະ­ຕ້ອງ​ເຖິງ​ວິ­ຖີ​ຊີ­ວິດ​ຂອງ​ຄົນ​ທ້ອງ­ຖິ່ນ.

ສຳ­ລັບ​ທຸ­ລະ​ກິດ​ຂຸດ​ຄົ້ນ​ບໍ່​ແຮ່​ນັ້ນ ແຜນ​ງານ​ຈະ​ເນັ້ນ​ໃຫ້​ຜູ້​ປະ­ກອບ​ການ​ເອົາ­ໃຈ­ໃສ່​ບັນ­ຫາ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ ແຜນ​ງານ​ໄດ້​ກຳ­ນົດ​ໃຫ້​ບໍ­ລິ­ສັດ​ຜູ້​ປະ­ກອບ​ການ ຕ້ອງ​ປັບ­ປຸງ​ເນື້ອ­ທີ່​ດິນ​ເຂດ​ບໍ່​ໃຫ້​ກັບ​ຄືນ​ສູ່​ສະ­ພາບ​ປົກ­ກະ­ຕິ ຄື​ບໍ່​ປະ­ປ່ອຍ​ໃຫ້​ເປັນ​ບວກ​ຂຸມ ຕ້ອງ​ເກັບ​ມ້ຽນ​ສິ່ງ​ເສດ​ເຫຼືອ ເປັນ​ພິດ​ທີ່​ຕົກ­ເຮ່ຍ ເຊິ່ງ​ຈະ​ສົ່ງ​ຜົນ​ກະ­ທົບ​ໄລ­ຍະ​ຍາວ​ຕໍ່​ຄົນ​ໃນ​ທ້ອງ­ຖິ່ນ​ນັ້ນ.

ໃນ​ໄລ­ຍະ​ຜ່ານ​ມາ ຫຼາຍ​ບໍ­ລິ­ສັດ​ບໍ່​ໄດ້​ປັບ­ປຸງ​ເນື້ອ­ທີ່​ດິນ​ຄືນ ພາຍ­ຫຼັງ​ສຳ­ເລັດ​ໂຄງ­ການ​ແຜນ​ງານ​ນີ້​ຈະ​ເຮັດ​ໜ້າ­ທີ່​ໃຫ້​ຄຳ​ແນະ­ນຳ ສ້າງ​ຄວາມ​ຮັບ​ຮູ້​ທີ່​ຖືກ­ຕ້ອງ​ໃຫ້​ບັນ­ດາ​ບໍ­ລິ­ສັດ​ເອ­ກະ​ຊົນ ເພື່ອ​ບໍ່​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ພວກ​ເຂົາ­ເຈົ້າ ສົ່ງ​ຜົນ​ກະ­ທົບ​ທາງ​ລົບ​ຕໍ່​ສິດ­ທິ​ມະ­ນຸດ​ຂອງ​ປະ­ຊາ­ຊົນ ພິ­ເສດ ບັນ­ດາ​ບໍ­ລິ­ສັດ​ຕ້ອງ​ປະ­ຕິ­ບັດ​ຕາມ​ຫຼັກ­ການ​ສິດ­ທິ​ມະ­ນຸດ ຕ້ອງ​ກຳ­ນົດ​ຫຼັກ­ການ​ສິດ­ທິ​ມະ­ນຸດ ເຂົ້າ​ໃນ​ລະ­ບຽບ​ພາຍ​ໃນ​ຂອງ​ບໍ­ລິ­ສັດ​ຕາມ​ແຜນ ເບື້ອງ​ຕົ້ນ ແຜນ​ງານ​ສົ່ງ­ເສີມ​ສິດ­ທິ​ມະ­ນຸດ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ນີ້ ມີ​ກຳ­ນົດ​ປະ­ຕິ­ບັດ​ເລີ່ມ​ແຕ່​ປີ 2020 ນີ້​ເອງ

ທີ່ ສິງ­ກະ­ໂປ: ແຫຼ່ງ​ຂ່າວ​ໜັງ­ສື­ພິມ ເດິ ສະ​ເຕຼດ ທາມ (The Straits Times) ໄດ້​ໃຫ້​ຮູ້​ໃນ​ຕົ້ນ​ເດືອນ​ພຶດ­ສະ­ພາ 2017 ວ່າ: ທາງ​ການ​ສິງ­ກະ­ໂປ​ໄດ້​ລິ​ເລີ່ມ​ນະ­ໂຍ­ບາຍ​ດຶງ​ດູດ​ການ​ລົງ­ທຶນ ເຂົ້າ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ ດ້ວຍ​ເຕັກ​ໂນ​ໂລ​ຊີ​ລະ­ດັບ​ສູງ ເພື່ອ​ຮັບ­ປະ­ກັນ​ຄຸນ​ນະ​ພາບ ແລະ ປະ­ລິ­ມານ​ຂອງ​ຜົນ​ຜະ­ລິດ​ຈາກ​ເນື້ອ­ທີ່​ດິນ​ທີ່​ແສນ​ຈຳ­ກັດ​ຂອງ​ປະ­ເທດ.

ລັດ­ຖະ­ບານ​ສິງ­ກະ­ໂປ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ນະ­ໂຍ­ບາຍ​ດຶງ​ດູດ​ດັ່ງ­ກ່າວ ຈະ​ສາ­ມາດ​ຄ້ຳ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ອາ­ຫານ​ໄດ້​ໃນ​ລະ­ດັບ​ອັນ​ແນ່­ນອນ ເພື່ອ​ສຳ­ຮອງ​ໄວ້​ໃນ​ກໍ­ລະ­ນີ​ການ​ສະ­ໜອງ​ສະ­ບຽງ​ອາ­ຫານ​ຈາກ​ຕ່າງ­ປະ­ເທດ​ມີ​ບັນ­ຫາ ໃນ​ໄລ­ຍະ​ກ່ອນ​ໜ້າ​ນັ້ນ ທາງ​ການ​ສິງ­ກະ­ໂປ​ເຄີຍ​ປະ­ກາດ​ໃຫ້​ນັກ​ລົງ­ທຶນ​ສາ­ມາດ​ເຊົ່າ​ດິນ ເພື່ອ​ເຮັດ​ການ​ຜະ­ລິດ​ໄດ້​ເປັນ​ເວ­ລາ​ຍາວ​ເຖິງ 10 ປີ ແຕ່​ກໍ​ໄດ້​ປັບ​ເວ­ລາ​ໃຫ້​ຍາວ​ຂຶ້ນ​ເປັນ 20 ປີ ເພື່ອ​ໃຫ້​ກຸ້ມ​ຄ່າ​ກັບ​ການ​ລົງ­ທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ.

ແນວ­ໃດ​ກໍ​ດີ ຍ້ອນ​ເນື້ອ­ທີ່​ດິນ​ມີ​ຈຳ­ກັດ ສິງ­ກະ­ໂປ ຈະ​ບໍ່​ສາ­ມາດ​ຜະ­ລິດ​ສະ­ບຽງ​ອາ­ຫານ​ເອົາ​ເອງ​ໄດ້​ທັງ​ໝົດ ແຕ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກະ­ສິ­ກຳ​ທີ່​ກ້າວ­ໜ້າ ທັນ​ສະ­ໄໝ ກໍ​ຈະ​ຊ່ວຍ​ຍົກ​ລະ­ດັບ​ການ​ຜະ­ລິດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ຜະ­ລິດ​ຕະ​ພັນ​ຈາກ​ການ​ປູກ​ເອງ ລ້ຽງ​ເອງ ຍັງ​ຈະ​ເຮັດ​ໃຫ້​ທຸ­ລະ​ກິດ​ຂອງ​ຊາວ​ກະ­ສິ­ກອນ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂຶ້ນ.

error: Content is protected !!