ວັນທີ 23-24 ພະຈິກ 2020 ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ນຳພາຄະນະບໍລິຫານງານພັກ ນວ ເຂົ້າຮ່ວມກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ບັນດາແຂວງເຂດໃຈກາງ ຈັດຂຶ້ນທີ່ແຂວງໄຊສົມບູນ.

ໃນໂອກາດນີ້ ໄດ້ຈັດພົບປະລະຫວ່າງການນຳ ນວ ກັບການນຳແຂວງໄຊສົມບູນ ເຊິ່ງການພົບປະຄັ້ງນີ້ ສອງຝ່າຍໄດ້ເປັນເອກະພາບຮ່ວມກັນ ວ່າ: ສອງຝ່າຍຈະເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີຕໍ່ກັນໃນຜ່ານມາ ໃຫ້ນັບມື້ດີຂຶ້ນເລື້ອຍໆ ເປັນຕົ້ນ ການສົ່ງເສີມການຜະລິດ ແລະ ຈຳໜ່າຍສິນຄ້າ ລວມເຖິງການຫັນເປັນທັນສະໄໝດ້ານການບໍລິການ ໂອກາດນີ້ ທາງ ນວ ຍັງໄດ້ມອບເຄື່ອງຮັບໃຊ້ຫ້ອງການ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ແຂວງໄຊສົມບູນ ລວມມູນຄ່າທັງໝົດ 50 ລ້ານກີບ.
ໂອກາດນີ້ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາຄະນະພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ມາຍັງການນຳ ນວ ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນອົບອຸ່ນມາໃຫ້ແຂວງໄຊສົມບູນ ພ້ອມທັງຢືນຢັນຈະນຳໃຊ້ເຄື່ອງທີ່ ນວ ມາມອບໃຫ້ຄັ້ງນີ້ ຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງແຂວງ ໃຫ້ມີປະສິດທິຜົນສູງສຸດ.