ສາມອົງການຈັດຕັ້ງມະຫາຊົນ ກະຊວງພາຍໃນຈັດກິດຈະກຳຮັບບໍລິຈາກເລືອດ

    3 ອົງການຈັດຕັ້ງມະຫາຊົນ (ກຳມະບານ ຊາວໜຸ່ມ ແລະ ແມ່ຍິງ) ກະຊວງພາຍໃນ ຮ່ວມກັບສູນເລືອດ ແຫ່ງຊາດ ອົງການກາແດງລາວ ຈັດກິດຈະກຳຮັບບໍລິຈາກເລືອດເພື່ອສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ໃນວັນທີ 24 ພະຈິກ 2020 ທີ່ຫ້ອງປະຊຸມກະຊວງພາຍໃນ ໂດຍມີທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ທ່ານ ແພງທອງ ບານຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍອ້າຍນ້ອງສະມາຊິກຈາກສາມອົງການຈັດຕັ້ງພາຍໃນກະຊວງເຂົ້າຮ່ວມ.

    ທ່ານ ຄຳມູນ ວິພົງໄຊ ກ່າວໃນໂອກາດສ້າງຂະບວນການຄັ້ງນີ້ວ່າ: 3 ອົງການຈັດຕັ້ງມະຫາຊົນ ພ້ອມກັນອອກແຮງແຂ່ງຂັນກັນສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ ເວົ້າລວມ ເວົ້າສະເພາະກະຊວງພາຍໃນພວມອອກແຮງແຂ່ງຂັນສ້າງຜົນງານເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກກະຊວງພາຍໃນ ຄັ້ງທີ II ແລະ ພວມອອກແຮງຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ” ທີ່ຈະປະເມີນ ແລະ ສະຫຼຸບ ຂະບວນການດັ່ງກ່າວໃນທ້າຍປີ 2020 ໃຫ້ເປັນຂະບວນການຟົດຟື້ນ ໂດຍສະເພາະ ສ້າງຂະບວນການຕ້ອນຮັບ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ.

    ກິດຈະກໍາຮັບບໍລິຈາກເລືອດຂອງ 3 ອົງການຈັດຕັ້ງມະຫາຊົນຄັ້ງນີ້ ເປັນການສົ່ງເສີມຄຸນຄ່າດ້ານມະນຸດສະທໍາ ແລະ ເພື່ອເປັນການຟື້ນຟູຊ່ວຍເຫຼືອຊີວິດຂອງຄົນໃຫ້ມີສຸຂະພາບແຂງແຮງ ປອດໄພ ຊ່ວຍເຫຼືອຜູ້ທຸກຍາກຂາດເຂີນເຈັບປ່ວຍທີ່ຕ້ອງການເລືອດ ແລະ ກໍາລັງລໍຖ້າເລືອດທີ່ພວກເຮົາບໍລິຈາກເພື່ອໃຫ້ມີຊີວິດລອດປອດໄພ  ເຊິ່ງມີຜູ້ໃຫ້ການປະກອບສ່ວນບໍລິຈາກເລືອດທັງໝົດ 30 ຄົນ ຍິງ 14 ຄົນ.   

# ຂ່າວ & ພາບ : ບຸນມີ

error: Content is protected !!