ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII ຈະຈັດຂຶ້ນໃນຕົ້ນເດືອນໜ້າ

    ສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງກ່ຽວກັບການດຳເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII ໃນວັນທີ 24 ພະຈິກ 2020 ທີ່ສູນກາງສະພັນກຳມະບານລາວ ວ່າ ປັດຈຸບັນ ສູນກາງສະຫະພັນກຳມະບານລາວມີຄວາມພ້ອມຢ່າງຮອບດ້ານ ໃນການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII ເປັນຕົ້ນແມ່ນການກະກຽມ ແລະ ປັບປຸງເນື້ອໃນຂອງກອງປະຊຸມເຊັ່ນ ຮ່າງບົດລາຍງານການເມືອງ ບົດສຳຫຼວດການນຳພາຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຮ່າງແຜນພັດທະນາວຽກງານກຳມະບານໃນ 5 ປີຕໍ່ໜ້າ ຮ່າງກົດລະບຽບຂອງສະຫະພັນກຳມະບານລາວ ຮ່າງປັບປຸງເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ເອກະສານອື່ນໆທີ່ຈະນຳສະເໜີຕໍ່ກອງປະຊຸມຄັ້ງນີ້ ເຊິ່ງໃນກອງປະຊຸມຈະມີຜູ້ແທນສົມບູນເຂົ້າຮ່ວມຈຳນວນ 399 ສະຫາຍ ແລະ ແຂກຮັບເຊີນ 100 ສະຫາຍ ກອງປະຊຸມຄັ້ງນີ້ຈະຈັດຂຶ້ນໃນຕົ້ນເດືອນທັນວາ 2020 ເປັນເວລາ 3 ວັນ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!