ຮັບຟັງສຽງຂອງເດັກ ພ້ອມທັງສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ ໃນ ສົນທິສັນຍາວ່າດ້ວຍສິດທິເດັກ

    ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ (NCAWMC) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຮັບຟັງສຽງຂອງເດັກ ດ້ວຍການສະໜັບສະໜູນຈາກອົງການອຸຍນີເຊັບ ຂຶ້ນວັນທີ 24 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຮ່ວມຂອງທ່ານທ່ານນາງ ຈົງຈິດ ຈັນທະຣານົນ ຮອງເລຂາທິການຄະນະປະຈຳ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ແລະ ທ່ານ ນາງ ປີອາ ເຣເບໂຣ ບຣີໂຕ ຜູ້ຕາງໜ້າອົງການອຸຍນິເຊັບປະຈຳລາວ ມີຄູ ອາຈານ ອາສາສະໜັກ ແລະ ນ້ອງນັກຮຽນທີ່ເປັນຕົວແທນຈາກ 18 ແຂວງໃນທົ່ວປະທດເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ມີເດັກຈໍານວນ 12 ຄົນ ທີ່ມີອາຍຸແຕກຕ່າງກັນແຕ່ 11 ປີ ຫາ 17 ປີ ຈາກ 18 ແຂວງທົ່ວປະເທດ ທີ່ໄດ້ສະແດງຄວາມຄິດຂອງຕົນເພື່ອຊີ້ແຈງຄວາມກັງວົນ ແລະ ສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ (CRC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການຈິນຕະນາການຄືນໃໝ່ ເຖິງວິໄສທັດຂອງພວກເຂົາສຳລັບປີ 2030 ໃນໄລຍະທີ່ຜົນກະທົບການແຜ່ລະບາດພະຍາດໂຄວິດ-19 ກໍາລັງຢູ່ໃນຊີວິດຂອງພວກເຂົາ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະນຳໄປປຶກສາຫາລື ແລະ ນຳສະເໜີໃນງານລະດັບສູງກັບລັດຖະບານ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສັງຄົມ (CSO) ແລະ ພາກເອກະຊົນທີ່ຈະຈັດຂຶ້ນໃນວັນທີ 25 ເດືອນພະຈິກທີ່ນະຄອນຫຼວງວຽງຈັນ.

ຮັບຟັງສຽງຂອງເດັກ ພ້ອມທັງສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ ໃນ ສົນທິສັນຍາວ່າດ້ວຍສິດທິເດັກ

# ຂ່າວ & ພາບ : ຂັນທະວີ

error: Content is protected !!