ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ຈັດຂຶ້ນວັນທີ 24-25 ພະຈິກ 2020 ຢູ່ມະຫາວິທະຍາແຫ່ງຊາດ (ມຊ) ໂດຍເປັນປະທານຂອງສະຫາຍນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມສະຫາຍຮອງເລຂາພັກກະຊວງ ສະມາຊິກພັກອາວຸໂສບຳນານ ສະຫາຍຜູ້ແທນສົມບູນຈຳນວນ 363 ສະຫາຍ ຍິງ 103 ສະຫາຍ ແລະ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

    ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ (2016-2020) ແລະ ທິດທາງລວມ ໜ້າທີ່ຕົ້ນຕໍໃນການນຳພາຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນໄລຍະ 5 ປີຕໍ່ໜ້າ (2021-2025).

    ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດ ໜ້າທີ່ ແລະ ຄວາມຮັບຜິດຊອບຂັ້ນມະຫາພາກ ໃນການຄຸ້ມຄອງ ຊີ້ນຳການພັດທະນາຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ ເປັນໃຈກາງປະສານງານຂອງວຽກງານພັດທະນາຊັບພະຍາກອນມະນຸດແຫ່ງຊາດ. ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ປະກອບມີ 1 ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ 23 ຄະນະພັກຮາກຖານ 25 ໜ່ວຍ ພັກຮາກຖານ 112 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານທັງໝົດ 137 ໜ່ວຍພັກ ປັດຈຸບັນ ມີສະມາຊິກພັກທັງໝົດ 2.680 ສະຫາຍ ຍິງ 1.165 ສະຫາຍ ມີສະມາຊິກພັກບຳນານ 385 ສະຫາຍ ຄະນະບໍລິຫານງານພັກກະຊວງຊຸດປັດຈຸບັນ (ສະໄໝທີ VIII) ມີ 21 ສະຫາຍ ຍິງ 5 ສະຫາຍ ຄະນະປະຈຳ 7 ສະຫາຍ ຍິງ 2 ສະຫາຍ ແລະ ມາຮອດປັດຈຸບັນ ຄະນະບໍລິຫານງານພັກກະຊວງມີ 16 ສະຫາຍ ຍິງ 5 ສະຫາຍ ອອກຮັບອຸດໜູນບຳນານ 4 ສະຫາຍ ແລະ ເສຍຊີວິດ 1 ສະຫາຍ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!