ກາລິຟໍເນຍ ໜູນໂຄງການຜະລິດໄຟຟ້າພະລັງນ້ຳຮູບແບບໃໝ່

ລັດ​ກາ​ລິ​ຟໍ​ເນຍ ຍູ້​ດັນ​ໂຄງ­ການ​ຜະ­ລິດ​ໄຟ­ຟ້າ​ພະ­ລັງ​ນ້ຳ​ຮູບ​ແບບ​ໃໝ່ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງ­ການ​ທີ່​ກາ​ລິ​ຟໍ​ເນຍ​ຕັ້ງ​ເປົ້າ ຈະ​ເພິ່ງ​ພາ​ໄຟ­ຟ້າ​ພະ­ລັງ­ງານ​ທົດ​ແທນ 60% ໃຫ້​ໄດ້​ພາຍ​ໃນ​ປີ 2030 ແລະ ຕັ້ງ​ເປົ້າ​ໃຊ້​ໄຟ­ຟ້າ​ຈາກ​ແຫຼ່ງ​ພະ­ລັງ­ງານ​ທີ່​ບໍ່​ກໍ່­ໃຫ້­ເກີດ​ມົນ​ລະ​ພິດ​ເລີຍ ພາຍ​ໃນ​ປີ 2045.

ໂຄງ­ການ​ຜະ­ລິດ​ໄຟ­ຟ້າ​ພະ­ລັງ​ນ້ຳ​ຮູບ​ແບບ​ໃໝ່ ຈະ​ອາ­ໄສ​ອ່າງ­ເກັບ­ນ້ຳ 2 ແຫ່ງ​ທີ່­ຢູ່​ຕ່າງ​ລະ­ດັບ​ກັນ ເພື່ອ​ໃຊ້​ຜະ­ລິດ​ໄຟ­ຟ້າ ໂດຍ​ອາ­ໄສ​ຫຼັກ­ການ​ໄຫຼ​ຂອງ​ແຫຼ່ງ​ນ້ຳ​ຈາກ​ບ່ອນ​ສູງ​ລົງ​ສູ່​ບ່ອນ​ຕ່ຳ​ໂດຍ​ທຳ​ມະ​ຊາດ ຜ່ານ​ເຄື່ອງ​ກົງ­ຫັນ​ນ້ຳ​ເພື່ອ​ໃຊ້​ຜະ­ລິດ​ກະ­ແສ​ໄຟ­ຟ້າ ເຊິ່ງ​ຈະ​ຫຼຸດ​ການ​ເພິ່ງ​ພາ​ການ​ຜະ­ລິດ​ໄຟ­ຟ້າ​ຈາກ​ເຊື້ອ​ໄຟ​ຟອສ​ຊິ​ລ​ໄດ້.

ພະ­ລັງ­ງານ​ໄຟ­ຟ້າ​ສ່ວນ​ເກີນ ທີ່​ໄດ້​ຈະ​ໃຊ້​ເພື່ອ​ສູບ​ນ້ຳ​ກັບ​ໄປ​ເກັບ​ໄວ້​ໃນ​ອ່າງ­ເກັບ­ນ້ຳ​ດ້ານ​ເທິງ ສຳ­ລັບ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ຊ້ຳ ແລະ ພະ­ລັງ­ງານ​ໄຟ­ຟ້າ​ເຫຼົ່າ​ນີ້ ຈະ​ຖືກ​ກັກ​ເກັບ​ໄວ້​ໃຊ້​ໃນ​ຮູບ​ຂອງ​ເຄືອ​ຂ່າຍ​ກັກ​ເກັບ​ພະ­ລັງ­ງານ​ໄຟ­ຟ້າ ຫຼື Grid ຫາກ​ຜະ­ລິດ​ໄຟ­ຟ້າ​ໄດ້​ໃນ​ປະ­ລິ­ມານ​ຫຼາຍ ແລະ ຈະ​ເກັບ​ໃນ​ແບດ​ເຕີ​ຣີ​ຫາກ​ຜະ­ລິດ​ໄດ້​ໃນ​ປະ­ລິ­ມານ​ໜ້ອຍ ເຊິ່ງ​ສາ­ມາດ​ໃຊ້​ກັບ​ລົດ​ຂັບ​ເຄື່ອນ​ພະ­ລັງ­ງານ​ໄຟ­ຟ້າ ຫຼື ກັບ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ ເພື່ອ​ຫຼຸດ​ການ​ເພິ່ງ​ພາ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ຜະ­ລິດ​ຈາກ​ເຊື້ອ​ໄຟ​ຟອສ​ຊິ​ລ.

error: Content is protected !!