ຮັບປະກັນຄວາມໝັ້ນຄົງຂອງຊີວິດ ດ້ວຍການເປັນເຈົ້າຂອງເຮືອນຢູ່

ຄວາມ­ທຸກ​ຍາກ​ແມ່ນ​ສິ່ງ​ທ້າ​ທາຍ ແລະ ເປັນ​ບັນ­ຫາ​ໜັກ​ໃຈ​ທີ່​ລັດ­ຖະ­ບານ​ຂອງ​ແຕ່​ລະ​ປະ­ເທດ ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ ໃນ​ນັ້ນ ລວມ​ທັງ ສປປ ລາວ ພວກ​ເຮົາ ວ່າ​ກັນ​ວ່າ ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ທີ່​ທຸກ​ປະ­ເທດ​ມີ​ຂອບ​ເວ­ລາ​ຜັນ​ຂະ­ຫຍາຍ ແຕ່​ປີ 2015-2030 ນັ້ນ ໃນ​ເນື້ອ​ແທ້​ກໍ​ແມ່ນ​ເພື່ອ​ໃຫ້​ຄົນ​ຢູ່​ດີ​ກິນ​ດີ ຜ່ານ​ຂະ​ບວນ​ການ​ຫຼຸດ­ຜ່ອນ ແລະ ລຶ­ບລ້າງ​ຄວາມ­ທຸກ​ຍາກ​ນັ້ນ​ເອງ ດັ່ງ​ຈະ​ຂໍ​ຍົກ​ຕົວ­ຢ່າງ​ຕໍ່​ໄປ​ນີ້:

ຢູ່ ອິນ​ໂດ​ເນ​ເຊຍ: ນອກ­ຈາກ​ເປົ້າ​ໝາຍ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ລວມ​ແລ້ວ ທາງ​ການ​ຂອງ​ອິນ​ໂດ​ເນ​ເຊຍ ຍັງ​ໄດ້​ກຳ­ນົດ​ແຜນ​ຊ່ວຍ­ເຫຼືອ​ຊາວ​ໜຸ່ມ​ທີ່​ຕ້ອງ­ການ​ມີ​ເຮືອນ​ຢູ່​ຫຼັງ​ທຳ​ອິດ​ເປັນ​ຂອງ​ຕົນ​ເອງ ຄຳ​ໝັ້ນ​ສັນ­ຍາ​ດັ່ງ­ກ່າວ ມີ​ຂຶ້ນ​ໃນ​ຂະ­ນະ​ທີ່​ມີ​ການ​ກະ­ກຽມ​ການ​ເລືອກ​ຕັ້ງ​ປະ­ທາ­ນາ­ທິ­ບໍ­ດີ ອິນ​ໂດ​ເນ​ເຊຍ ໃນ​ປີ 2019 ເຊິ່ງ​ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ໂຈ​ໂກ ວິ​ໂດ​ໂດ (ໂຈ​ໂກ​ວີ) ໄດ້​ສືບ­ຕໍ່​ລົງ​ສະ­ໝັກ ແລະ ໄດ້​ຮັບ​ໄຊ­ຊະ­ນະ.

ໃນ​ການ​ຖະ­ແຫຼງ​ຂ່າວ​ຜ່ານ​ທາງ​ໂທລະ­ພາບ ຕົ້ນ​ເດືອນ​ມັງ­ກອນ 2019 ນັ້ນ ທາງ ໂຈ​ໂກ​ວີ ໄດ້​ບອກ​ວ່າ: ທ່ານ​ໄດ້​ກຳ­ນົດ​ນະ­ໂຍ­ບາຍ​ຫຼຸດ​ດອກ​ເບ້ຍ​ການ​ຈ່າຍ​ຜ່ອນ ເພື່ອ​ຊື້​ເຮືອນ​ຢູ່​ໃຫ້​ກຸ່ມ​ຄົນ​ຈຳ­ນວນ​ໜຶ່ງ ແລະ ວ່າ​ນະ­ໂຍ­ບາຍ​ນີ້ ຈະ​ຊ່ວຍ​ໃຫ້​ຄອບ­ຄົວ​ຄົນ​ໜຸ່ມ​ໄດ້​ຮັບ​ຄວາມ​ສະ­ດວກ​ສະ­ບາຍ​ຂຶ້ນ​ຕື່ມ ເມື່ອ​ຕ້ອງ­ການ​ຊື້​ເຮືອນ​ຢູ່​ເປັນ​ຂອງ​ຕົນ​ເອງ ເພາະ​ຈະ​ມີ​ການ​ສະ­ໜັບ­ສະ­ໜູນ​ດ້ານ​ການ​ເງິນ​ຈາກ​ລັດ (ໜັງ­ສື­ພິມ The Nation 16 ມັງ­ກອນ 2019) ຄົນ​ໃນ​ເກນ​ໄວ​ໜຸ່ມ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ນະ­ໂຍ­ບາຍ​ນີ້ ແມ່ນ​ກຸ່ມ​ຄົນ​ທີ່​ເກີດ​ລະ­ຫວ່າງ​ປີ 1980 ຫາ​ປີ 2.000.

ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ອິນ​ໂດ​ເນ​ເຊຍ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ໄລ­ຍະ​ຜ່ານ​ມາ ລັດ­ຖະ­ບານ​ຂອງ​ທ່ານ ໄດ້​ສຸມ​ໃສ່​ກໍ່­ສ້າງ​ທີ່​ພັກ​ພາ​ອາ­ໄສ​ຫຼັງ​ໃໝ່ ໄດ້​ປະ­ມານ 1 ລ້ານ​ຫົວ­ໜ່ວຍ​ໃນ​ທົ່ວ​ປະ­ເທດ ນັບ​ແຕ່​ປີ 2014 ຫາ​ປີ 2019 ເວົ້າ​ໄດ້​ວ່າ ນະ­ໂຍ­ບາຍ​ຊ່ວຍ​ຄູ່​ຜົວ​ເມຍ​ໜຸ່ມ​ໃຫ້​ມີ​ທີ່​ພັກ​ເປັນ​ຂອງ​ຕົນ​ເອງ​ນັ້ນ ກໍ​ແມ່ນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ເພາະ​ຊາວ​ໜຸ່ມ​ນັ້ນ​ຍັງ​ຂາດ​ພື້ນ­ຖານ​ທາງ​ດ້ານ​ເສດ­ຖະ­ກິດ.

ທີ່ ສປ ຈີນ: ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ດ້ວຍ​ວິ­ທີ​ສະ­ໜອງ​ເຮືອນ​ຢູ່​ໃຫ້​ຊາວ​ກະ­ສິ­ກອນ ແລະ ຄົນ​ລ້ຽງ­ສັດ​ນັ້ນ ສປ ຈີນ ຖື​ເປັນ​ນະ­ໂຍ­ບາຍ​ສຳ­ຄັນ ຕົວ­ຢ່າງ​ທີ່​ຂໍ​ຍົກ​ມາ​ໃຫ້​ເຫັນ ກໍ​ຄື ທາງ​ການ​ໃນ​ເຂດ​ສິນ​ຈຽງ ຢູ່​ພູ​ຈິງ ເຊິ່ງ​ເປັນ​ເຂດ​ປົກ­ຄອງ​ຕົນ​ເອງ ໄດ້​ປຸກ​ສ້າງ ແລະ ແຈກ​ເຮືອນ​ຈຳ­ນວນ​ຫຼາຍ​ກວ່າ 140.000 ຫຼັງ ໃຫ້​ຊາວ​ກະ­ສິ­ກອນ ແລະ ຄົນ​ລ້ຽງ­ສັດ.

ຂ່າວ​ຕ່າງ­ປະ­ເທດ​ໃນ​ຕົ້ນ​ເດືອນ​ກັນ­ຍາ 2019 ໃຫ້​ຮູ້​ຕື່ມ​ວ່າ: ຊາວ​ກະ­ສິ­ກອນ ແລະ ຄົນ​ລ້ຽງ­ສັດ​ໃນ​ເຂດ​ສິນ​ຈຽງ​ນັ້ນ ອາ­ໄສ​ຢູ່​ພື້ນ​ທີ່​ຫ່າງ​ໄກ​ສອກ­ຫຼີກ​ເຕັມ​ໄປ​ດ້ວຍ​ພູ­ເຂົາ ແລະ ທະ­ເລ­ຊາຍ ດັ່ງ­ນັ້ນ ທາງ​ການ​ຈຶ່ງ​ໄດ້​ຈັດ​ສັນ​ທີ່­ຢູ່​ໃໝ່​ໃນ​ບໍ­ລິ­ເວນ​ທົ່ງ­ພຽງ ເພື່ອ​ໃຫ້​ພວກ​ເຂົາ­ເຈົ້າ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ຂະ​ບວນ​ການ​ຍົກ­ຍ້າຍ​ທີ່­ຢູ່​ໃໝ່​ໃນ​ເຂດ​ນີ້ ໄດ້​ມີ​ຂຶ້ນ​ນັບ​ແຕ່​ປີ 2018 ເປັນ­ຕົ້ນ​ມາ.

ທີ່ ຣັດ​ເຊຍ: ສະ­ຫະ­ພັນ​ຣັດ​ເຊຍ ເປັນ​ປະ­ເທດ​ອຸດ­ສາ­ຫະ­ກຳ​ທີ່​ກ້າວ­ໜ້າ ແລະ ພັດ­ທະ­ນາ ແຕ່​ຢ່າງ­ໃດ​ກໍ​ດີ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ວະ​ລາ​ດີ​ເມຍ ປູ​ຕິນ ກໍ​ຍັງ​ໃຫ້​ບຸ­ລິ­ມະ­ສິດ​ຕໍ່​ກັບ​ນະ­ໂຍ­ບາຍ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃຫ້​ດີ​ຂຶ້ນ ຕົວ­ຢ່າງ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ໄດ້​ສະ­ເໜີ​ໃຫ້​ຫຼຸດ​ພາ­ສີ​ອະ­ສັງ­ຫາ­ລິ­ມະ​ຊັບ​ໃຫ້​ຄອບ­ຄົວ​ທີ່​ມີ​ລູກ​ຫຼາຍ​ຄົນ ຄື: ຄອບ­ຄົວ​ທີ່​ມີ​ລູກ​ແຕ່ 3 ຄົນ​ຂຶ້ນ​ໄປ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ​ຈາກ​ງົບ­ປະ­ມານ​ຂອງ​ສ່ວນ​ກາງ​ລັດ­ຖະ­ບານ ແລະ ທະ­ນາ­ຄານ​ກາງ​ຣັດ​ເຊຍ ເພື່ອ​ຊື້ ຫຼື ປຸກ­ເຮືອນ​ຢູ່​ເປັນ​ຂອງ​ຕົນ​ເອງ ຂ່າວ​ບອກ​ວ່າ: ທາງ​ການ​ຣັດ​ເຊຍ ໄດ້​ປະ­ຕິ­ບັດ​ແຜນ​ສ້າງ​ເຮືອນ​ລ້ຽງ​ເດັກ​ຕື່ມ​ເປັນ​ຈຳ­ນວນ 90.000 ຫົວ­ໜ່ວຍ ພາຍ​ໃນ​ປີ 2019 ນັ້ນ​ເອງ.

error: Content is protected !!