ກອງປະຊຸມເຝິກອົບຮົມວຽກງານບັນຊີວິສາຫະກິດ (ສະບັບປັບປຸງ ປີ 2020) ໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດທີ່ຂຶ້ນກັບຂັ້ນຄຸ້ມຄອງຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16-20 ພະຈິກ 2020 ຢູ່ສະຖາບັນເສດຖະກິດການເງິນ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດມອບໃບຢັ້ງຢືນຂອງທ່ານນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ ມີບັນດາວິທະຍາກອນ ແລະ ສຳມະນາກອນ ທີ່ມາຈາກບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມ 108 ຫົວໜ່ວຍ.

ໂອກາດນີ້ ທ່ານ ສົມຫວັງ ເຄືອບພະພອນ ຫົວໜ້າຂະແໜງບັນຊີ ພະແນກການເງິນ ນະຄອນຫຼວງວຽງຈັນ ກ່າວເຖິງຜົນໄດ້ຮັບໃນການດຳເນີນກອງປະຊຸມເຝິກອົບຮົມຄັ້ງນີ້ ວ່າ: ນັກສຳມະນາກອນໄດ້ເປັນເຈົ້າການໃນການປະຕິບັດໂມງເວລາຕາມວາລະໄດ້ດີ ທັງໄດ້ເອົາໃຈໃສ່ຮັບຟັງການບັນລະຍາຍເອກະສານຕ່າງໆ ພ້ອມກັນນັ້ນ ກໍໄດ້ຄົ້ນຄວ້າຫຼາຍບັນຫາທີ່ຍົກຂຶ້ນມາສົນທະນາແບບກົງໄປກົງມາ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເຊິ່ງຜ່ານການຮັບຟັງບັນດາເນື້ອໃນເອກະສານຕ່າງໆ ໃນລະບົບບັນຊີວິສາຫະກິດທີ່ໄດ້ປັບປຸງໃໝ່ຂຶ້ນປີ 2020 ແມ່ນມີຄວາມສອດຄ່ອງກັບສະພາບການໃນໄລຍະໃໝ່ ເຮັດໃຫ້ຜູ້ເຂົ້າຮ່ວມເຝິກອົບຮົມໃນຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ໃນການລົງບັນຊີ ແລະ ສ້າງປື້ມບົດສະຫຼຸບລາຍງານການເງິນຕົວຈິງໃນຕໍ່ໜ້າ ທີ່ສຳຄັນອີກປະການໜຶ່ງ ຍັງເປັນໂອກາດອັນດີງາມ ລະຫວ່າງພະນັກງານຂະແໜງບັນຊີ ນັກວິທະຍາກອນ ແລະ ບັນດາທ່ານນັກສຳມະນາກອນທີ່ມາຈາກຫົວໜ່ວຍວິສາຫະກິດ ທີ່ໄດ້ຮູ້ຈັກຮັກແພງກັນ ໄດ້ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປະຕິບັດວຽກງານໃນຕໍ່ໜ້າ ບົນພື້ນຖານຄວາມເປັນເອກະພາບ ໃນລະບຽບຫຼັກການ-ການເດີນບັນຊີສະບັບໃໝ່ນີ້.
# ຂ່າວ & ພາບ: ສີພອນ