ກຳນົດເອົາວັນທີ 21 ກຸມພາ ເປັນວັນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

    ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ (ສພຊ) ກຳມະການອະນຸກຳມະການເລຂານຸການໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 20 ພະຈິກ 2020 ຢູ່ສະພາແຫ່ງຊາດ (ຫຼັກ 6) ວ່າ: ຄະນະປະຈໍາ ສພຊ ໄດ້ກໍານົດເອົາວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແລະ ໄດ້ນໍາສະເໜີໃຫ້ປະທານ ປະເທດ ອອກລັດຖະດໍາລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ 90 ວັນ ເຊິ່ງມາຮອດປັດຈຸບັນ ປະທານປະເທດໄດ້ອອກລັດຖະດໍາລັດວ່າດ້ວຍການປະກາດເອົາວັນອາທິດ ກົງກັບວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນທົ່ວປະເທດ ຕາມການສະເໜີຂອງ ຄະນະປະຈໍາ ສພຊ ດັ່ງນັ້ນ ຈຶ່ງຂໍແຈ້ງມາໃຫ້ບັນດາທ່ານຊາບວ່າ ການເລືອກຕັ້ງດັ່ງກ່າວ ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ນີ້.

    ກ່ຽວກັບຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແມ່ນໄດ້ປະຕິບັດຕາມຫຼັກການດັ່ງນີ້ຄື: ຮັບປະກັນການເຮັດວຽກເປັນໝູ່ຄະນະ  ອີງໃສ່ທີ່ຕັ້ງ ຄວາມສໍາຄັນ ຄວາມຈໍາເປັນ ແລະ ຈຸດພິເສດທາງດ້ານການເມືອງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດ ວັດທະນະທໍາ-ສັງຄົມຂອງແຕ່ລະແຂວງ ນະຄອນຫຼວງ ເມືອງ ເທສະບານ ແລະ ນະຄອນ  ການກໍານົດຈໍານວນ ສສຊ ແມ່ນເອົາຈໍານວນພົນລະເມືອງເປັນຫົວໜ່ວຍຄິດໄລ່ ຄື ແຂວງທີ່ມີພົນລະເມືອງ 250 ພັນຄົນລົງມາ ໃຫ້ມີ ສສຊ  6 ຄົນ ແຂວງທີ່ມີພົນລະເມືອງເກີນ 250 ພັນຄົນຂຶ້ນໄປ ໃຫ້ເພິ່ມ ສສຊ 1 ຄົນ ຕໍ່ພົນລະເມືອງ 50 ພັນຄົນ ແຕ່ສູງສຸດບໍ່ໃຫ້ເກີນ 20 ຄົນ  ແລະ  ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແມ່ນຕ້ອງໃຫ້ມີ ເພດ ເຜົ່າ ໄວອາຍຸ ຜູ້ເກົ່າ ແລະ ໃໝ່ ຈາກຫຼາຍສາຂາອາຊີບ ທັງພາກລັດ ແລະ ເອກະຊົນ ເປັນຕົວແທນຂອງບັນດາຊັ້ນຄົນ.

    ບົນຫຼັກການດັ່ງກ່າວ ໃນວັນທີ 28 ຕຸລາ 2020 ຄະນະປະຈໍາ ສພຊ ຈຶ່ງໄດ້ມີການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈໍານວນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນແຕ່ລະເຂດເລືອກຕັ້ງທົ່ວປະເທດ ເພື່ອສະເໜີປະທານປະເທດອອກລັດຖະດໍາລັດ ປະກາດຢ່າງເປັນທາງການ.

     ດັ່ງນັ້ນ ປະທານປະເທດ ຈຶ່ງໄດ້ອອກລັດຖະດໍາລັດວ່າດ້ວຍການປະກາດຈໍານວນຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດ ທີ IX ແລະ ສສຂ ຊຸດທີ II ຕາມການສະເໜີຂອງຄະນະປະຈໍາ ສພຊ ຄື:  ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ມີທັງໝົດ 224 ທ່ານ ເລືອກເອົາ 164 ທ່ານ  ແລະ ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຂ ຊຸດທີ II ມີ 789 ທ່ານ ເລືອກເອົາ 492 ທ່ານ.

      ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຂອງແຕ່ລະແຂວງ ແລະ ນະຄອນຫຼວງ ສະເພາະເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີ 23 ທ່ານ ເລືອກເອົາ 18 ທ່ານ ແລະ ເປັນ ສສຂ ນວ  49 ທ່ານ  ເລືອກເອົາ 31 ທ່ານ   ເຂດເລືອກຕັ້ງທີ 2 ປະຈໍາແຂວງຜົ້ງສາລີ ມີຜູ້ຮັບສະໝັກເລືອກຕັ້ງ ສສຊ  9 ທ່ານ ເລືອກເອົາ 6 ທ່ານ ແລະ ສສຂ ມີ 38 ທ່ານ ເລືອກເອົາ 24 ທ່ານ  ເຂດເລືອກຕັ້ງທີ 3 ປະຈຳແຂວງຫຼວງນ້ໍາທາ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ  9 ທ່ານ ເລືອກເອົາ 6 ທ່ານ  ແລະ ສສຂ ມີ 31 ທ່ານ ເລືອກເອົາ 21 ທ່ານ ເຂດເລືອກຕັ້ງທີ 4 ປະຈຳແຂວງ ອຸດົມໄຊ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ  ມີ 10 ທ່ານ ເລືອກເອົາ 7 ທ່ານ ແລະ ສສຂ ມີ 39 ທ່ານ ເລືອກເອົາ 25 ທ່ານ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ  ມີ 9 ທ່ານ ເລືອກເອົາ 6 ທ່ານ. ສສຊ ມີ  31 ທ່ານ ເລືອກເອົາ 21ທ່ານ ເຂດເລືອກຕັ້ງທີ 6 ປະຈຳແຂວງຫຼວງພະບາງ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 13 ທ່ານ ເລືອກເອົາ 10 ທ່ານ  ສສຂ ມີ 57 ທ່ານ ເລືອກເອົາ 33 ທ່ານ. ເຂດເລືອກຕັ້ງທີ 7 ປະຈຳແຂວງໄຊຍະບູລີ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 12 ທ່ານ ເລືອກເອົາ 9 ທ່ານ  ສສຂ ມີ 64 ທ່ານ ເລືອກເອົາ 32 ເຂດເລືອກຕັ້ງທີ 8 ປະຈຳແຂວງຫົວພັນ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 10 ທ່ານ ເລືອກເອົາ 7 ທ່ານ.  ສສຂ ມີ 49 ທ່ານ ເລືອກເອົາ 29 ທ່ານ ເຂດເລືອກຕັ້ງທີ 9  ປະຈຳແຂວງ ຊຽງຂວາງ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 10 ທ່ານ ເລືອກເອົາ 7 ທ່ານ.  ສສຂ ມີ 39 ທ່ານ ເລືອກເອົາ 25 ທ່ານ ເຂດເລືອກຕັ້ງທີ 10 ປະຈຳແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 13 ທ່ານ ເລືອກເອົາ 10 ທ່ານ ສສຊ ມີ 53 ທ່ານ ເລືອກເອົາ 31 ທ່ານ ເຂດເລືອກຕັ້ງທີ 11 ປະຈຳແຂວງບໍລິຄໍາໄຊ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 10 ທ່ານ ເລືອກເອົາ 7 ທ່ານ ສສຂ ມີ 39 ທ່ານ ເລືອກເອົາ 25 ທ່ານ ເຂດເລືອກຕັ້ງທີ 12 ປະຈຳແຂວງຄໍາມ່ວນ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 12 ທ່ານ ເລືອກເອົາ 9 ທ່ານ. ສສຂ ມີ 50 ທ່ານ ເລືອກເອົາ 30 ທ່ານ ເຂດເລືອກຕັ້ງທີ 13 ປະຈຳແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ  25 ທ່ານ ເລືອກເອົາ 20 ທ່ານ. ສສຂ ມີ 69 ທ່ານ ເລືອກເອົາ 39 ທ່ານ ເຂດເລືອກຕັ້ງ 14 ປະຈຳແຂວງ ສາລະວັນ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 12 ທ່ານ ເລືອກເອົາ 9 ທ່ານ ສສຂ ມີ 44 ທ່ານ ເລືອກເອົາ 28 ທ່ານ ເຂດເລືອກຕັ້ງທີ 15 ປະຈຳແຂວງຈໍາປາສັກມີ 20 ທ່ານ ເລືອກເອົາ 15 ທ່ານ.    

     ຜູ້ສະໝັກຮັບເລືອກຕັ້ງ ເປັນສສຂ ມີ 55 ທ່ານ ເລືອກເອົາ 35 ທ່ານ ເຂດເລືອກຕັ້ງ 16 ປະຈຳແຂວງເຊກອງມີ 9 ທ່ານ ເລືອກເອົາ 6 ທ່ານ. ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 30 ທ່ານ ເລືອກເອົາ 21 ທ່ານ  ເຂດເລືອກຕັ້ງ 17ປະຈຳ ແຂວງອັດຕະປື ມີ 9 ທ່ານ ເລືອກເອົາ 6 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 31 ທ່ານ ເລືອກເອົາ 21 ທ່ານ ເຂດເລືອກຕັ້ງ 18 ປະຈຳແຂວງໄຊສົມບູນ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ  ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີ 9 ທ່ານ ເລືອກເອົາ 6 ທ່ານ  ສສຂ ມີ 31 ທ່ານ ເລືອກເອົາ 21 ທ່ານ.

error: Content is protected !!