ກອງປະຊຸມຄົບຄະນະບໍລິຫານງານພັກ ນວ ສະໄໝທີ VII ສະໄໝສາມັນ ຄັັ້ງທີ 1

    ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ສະໄໝສາມັນ ຄັັ້ງທີ 1 ຈັດຂຶ້ນລະຫວ່າງວັນທີ 19-20 ພະຈິກ 2020 ເປັນປະທານຂອງສະຫາຍ ປອ ສິນລະວົງ ຄຸດໄພທຸນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະປະຈຳພັກ ກຳມະການພັກ ນວ ຫົວໜ້າຫ້ອງວ່າການປົກຄອງ ນວ ທ່ານເຈົ້າເມືອງ ຫົວໜ້າພະແນກການ ແລະ ພາກສ່ວນ ກ່ຽວ ຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປືກສາຫາລື ປະກອບຄຳເຫັນໃນແຕ່ລະຫົວຂໍ້ທີ່ນຳມາສະເໜີ ໃນວາລະກອງປະຊຸມ  ເຊິ່ງຈະໄດ້ຮັບຟັງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັັ້ງທີ 11  ສະໄໝທີ X ເຜີຍແຜ່ໂດຍສະຫາຍ ປອ ສິນລະວົງ ຄຸດໄພທູນ ກອງປະຊຸມຍັງຈະໄດ້ຮັບຟັງມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ນວ ສະໄໝທີ VII ແລະ ເອກະສານ ພິຈາລະນາກ່ຽວກັບຮ່າງມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ສະຫາຍເລຂາ-ຮອງເລຂາ ກໍາມະການປະຈໍາພັກ ແລະ ບາງສະຫາຍກໍາມະການພັກ ນວ ສະໄໝທີ VII ແລະ ຮັບຟັງການລາຍງານການຕີລາຄາຜົນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນວ ຄັັ້ງທີ VII ເຜີຍແຜ່ໂດຍສະຫາຍ ປອ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ນວ.

    ພ້ອມນີ້ ຍັງຈະໄດ້ຮັບຟັງເຜີຍແຜ່ມະຕິຂອງສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັັ້ນແຂວງ ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການກະກຽມເລືອກຕັັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ສະເໜີໂດຍສະຫາຍ ປອ ອານຸພາບ ຕຸນາລົມ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ນວ ພ້ອມທັງຈະໄດ້ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາຕໍ່ບົດສະຫຼຸບສະພາບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ນວ ປະຈໍາປີ 2020 ແລະ ປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ເຊິ່ງສະເໜີ ແລະ ກະກຽມໂດຍພະແນກແຜນການ ແລະ ການລົງທຶນ ພະແນກການເງິນ ສ່ວຍສາອາກອນ ກອງຄຸ້ມຄອງ ພາສີ V ແລະ ຄັງເງິນແຫ່ງຊາດ ປະຈໍາ ນວ ລວມທັງການພິຈາລະນາກ່ຽວກັບການແກ້ໄຂບັນຫາໜີ້ສິນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.

# ຂ່າວ & ພາບ : ບຸນມີ

error: Content is protected !!