5 ປີຜ່ານມາ ກະຊວງການເງິນປະຕິຮູບຂະແໜງການເງິນໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າດີພໍສົມຄວນ

   ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ III ຈັດຂຶ້ນວັນທີ 19-20 ພະຈິກ 2020 ຢູ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍເປັນປະທານຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ  ພ້ອມດ້ວຍບັນດາສະຫາຍສະມາຊິກພັກອາວຸໂສ ບຳນານ ສະຫາຍຜູ້ແທນສົມບູນຈຳນວນ 191 ສະຫາຍ ຍິງ 53 ສະຫາຍ ແລະ ແຂກທີ່ຖືກເຊີນຈາກພາກສ່ວນ ຕ່າງໆເຂົ້າຮ່ວມ.

5 ປີຜ່ານມາ ກະຊວງການເງິນປະຕິຮູບຂະແໜງການເງິນໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າດີພໍສົມຄວນ

    ສະຫາຍ ສົມດີ ດວງດີ ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະ ພັກກະຊວງການເງິນ ໃນໄລຍະ 5 ປີ (2016-2020) ແລະ ທິດທາງລວມ ຄາດໝາຍສູ້ຊົນ ແລະ ໜ້າທີ່ ຕົ້ນຕໍໃນການນຳພາຂອງອົງຄະນະພັກກະຊວງການເງິນ ໃນໄລຍະປີ 2021-2025 ໂດຍສະຫາຍໄດ້ກ່າວ ບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດມະຕິກອງມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ ໄດ້ດຳເນີນໃນສະພາບແວດລ້ອມດ້ານເສດຖະກິດ-ການເງິນຂອງພາກພື້ນ ແລະ ສາກົນຜັນແປຢ່າງສະຫຼັບສັບຊ້ອນ ວ່ອງໄວ ແລະ ແຕກຕ່າງຈາກການຄາດຄະເນໄວ້ໃນເບື້ອງຕົ້ນຢ່າງຫຼວງ ຫຼາຍ ເປັນຕົ້ນ ຂໍ້ຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບດ້ານການເມືອງ ພ້ອມ ທັງເກີດໄພພິບັດທາງທຳມະ ຊາດ ການລະບາດຂອງພະຍາດຕ່າງໆ ແລະ ອື່ນໆ ເຊິ່ງມີຜົນກະທົບໂດຍກົງ ຕໍ່ພື້ນຖານເສດຖະກິດ-ການເງິນ ເຖິງຢ່າງໃດກໍຕາມ ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ດ້ວຍຄວາມສາມັກຄີພາຍໃນຂອງທົ່ວປວງຊົນ ການສະກັດກັ້ນ ແລະ ການຄວບຄຸມການແຜ່ລະບາດ ແລະ ໄພບິບັດທາງທຳມະຊາດຕ່າງໆຢ່າງທັນການ ລວມທັງການຊ່ວຍເຫຼືອຂອງປະເທດເພື່ອນມິດ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກ ການປະຕິຮູບຂະແໜງການເງິນໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າດີພໍ ສົມຄວນ ສາມາດຮັກສາສະຖຽນລະພາບດ້ານການເງິນ ປະຕິຮູບແຜນງົບປະມານແຫ່ງລັດ ຕາມມະຕິຕົກລົງຂອງ ສະພາແຫ່ງຊາດ ລາຍຮັບພາຍໃນໄດ້ເພີ່ມຂຶ້ນແຕ່ລະປີ ລາຍຈ່າຍມີການຄຸ້ມຄອງຢ່າງຮັດກຸມ ການຂາດດຸນງົບປະ ມານ ຫຼຸດລົງເທື່ອລະກ້າວ ກາ ຄຸ້ມຄອງໜີ້ສິນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ອື່ນໆ.

5 ປີຜ່ານມາ ກະຊວງການເງິນປະຕິຮູບຂະແໜງການເງິນໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າດີພໍສົມຄວນ

# ຂ່າວ & ພາບ : ຊິລິການດາ

error: Content is protected !!