
ກອງປະຊຸມໃຫຍ່ ຄັ້ງທີ V ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດຂຶ້ນວັນທີ 19-20 ພະຈິກ 2020 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ຫຼັກ 5) ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະກະຊວງ ຍທຂ ມີສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ແທນສົມບູນ 238 ສະຫາຍ ຍິງ 54 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ບຸນຈັນ ສິນທະວົງ ໄດ້ກ່າວໄຂກອງປະຊຸມໃນຄັ້ງນີ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເພາະໄດ້ໄຂຂຶ້ນໃນປີມ້ວນທ້າຍການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 8 ເຊິ່ງຈະໄດ້ພ້ອມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດໃນຂະແໜງການໂຍທາທິການ ແລະ ຂົນສົ່ງ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກຳນົດ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຍທຂ ພ້ອມທັງຄົ້ນຄວ້າຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງແຜນການໃນໄລຍະ 5 ປີ 2021-2025 ຕໍ່ໜ້າ ເພື່ອສືບຕໍ່ປະຕິບັດວຽກງານຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອໃຫ້ປະເທດເຮົາກ້າວຂຶ້ນສັງຄົມນິຍົມ ຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້.

ໜ້າທີ່ສຳຄັນອີກອັນໜຶ່ງຂອງກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກກະຊວງໂຍທາທິການ ແລະຂົນສົ່ງ ສະໄໝທີ V ທີ່ສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວພະນັກງານການນຳຂອງກະຊວງ ຍທຂ ນັບມື້ນັບໜຸ່ມແໜ້ນ ເພື່ອສືບຕໍ່ນຳພາ-ຊີ້ນຳ ຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນຊຸມປີຕໍ່ໜ້າ ພິເສດ ກອງປະຊຸມໃຫຍ່ໃນຄັ້ງນີ້ຈະໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳຂອງສະຫາຍ ປອ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຕື່ມອີກ.





# ຂ່າວ & ພາບ: ເພັດສະໝອນ