ພິທີເປີດຫ້ອງການສູນພັດທະນາສີມືຕັດຫຍິບແຫ່ງໃໝ່ ຈັດຂຶ້ນວັນທີ 18 ພະຈິກ 2020 ຢູ່ຫ້ອງການດັ່ງກ່າວ ບ້ານສີວິໄລ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອຸເດດ ສຸວັນນະວົງ ປະທານສະພາບໍລິຫານສູນພັດທະນາສີມືຕັດຫຍິບ ທ່ານ ພິມມະສອນ ອະມິນທະລາດ ຜູ້ອຳນວຍການສູນພັດທະນາສີມືຕັດຫຍິບ ພ້ອມດ້ວຍສະມາຄົມອຸດສາຫະກຳຕັດຫຍິບລາວ ພະນັກງານວິຊາການ ຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພິມມະສອນ ອະມິນທະລາດ ກ່າວວ່າ: ສູນພັດທະນາສີມືຕັດຫຍິບ ໄດ້ກໍ່ຕັ້ງຂຶ້ນໃນປີ 2010 ດ້ວຍທຶນຈາກໂຄງການພັດທະນາການຄ້າ ເຊິ່ງແມ່ນກອງທຶນຊ່ວຍເຫຼືອຈາກຫຼາຍຝ່າຍ ເພື່ອຊ່ວຍ ສປປ ລາວ ເພີ່ມທະວີບູລິມະສິດການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ ກອງທຶນດັ່ງກ່າວໄດ້ຮັບການປະຕິບັດໂດຍໜ່ວຍງານຈັດຕັ້ງປະຕິບັດໂຄງການ ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນງານຕາມລຳດັບຄວາມສຳຄັນ ທີ່ຕິດພັນກັບການຄ້າ ຂອງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ໂດຍສະເພາະຢ່າງຍິ່ງ ທີ່ຈະຊ່ວຍສົ່ງເສີມຄວາມຫຼາກຫຼາຍ ແລະ ຄວາມອາດສາມາດໃນການແຂ່ງຂັນ ໂດຍເນັ້ນໃສ່ຂະແໜງທຸລະກິດທີ່ບໍ່ເອື່ອຍອີງໃສ່ຊັບພະຍາກອນທຳມະຊາດ.

ສູນພັດທະນາສີມືຕັດຫຍິບ ສາມາດສ້າງສີມືແຮງງານໃນຫົວຂໍ້ຕ່າງໆໄດ້ຈຳນວນ 1.000 ກວ່າຄົນ ໃນນັ້ນ ມີເພດຍິງກວມເອົາ 90% ເຊິ່ງມີທັງຜູ້ທີ່ຕ້ອງການເຝິກເພື່ອໄປປະກອບອາຊີບ ເປີດກິດຈະການເປັນຂອງຕົນເອງ ແລະ ເຝິກເພື່ອພັດທະນາຄວາມສາມາດຂອງບຸຄະລາກອນ ເພື່ອບັນຈຸເຂົ້າບັນດາໂຮງງານ.
# ຂ່າວ & ພາບ: ສີພອນ