ກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງທີ X ຈັດຂຶ້ນວັນທີ 19 ພະຈິກ 2020 ຢູ່ຫ້ອງປະຊຸມຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍຮູບແບບ ກອງປະຊຸມທາງໄກ (Video Conference) ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ປະທານຄະນະກຳມະການຮ່ວມມື ລາວ-ຈີນ ແລະ ທ່ານ Li Chenggang ຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ ປະທານຄະນະກຳມະການຮ່ວມມື ຈີນ-ລາວ ເຊິ່ງມີຄະນະຜູ້ແທນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຜົນສຳເລັດການປະຕິບັດການຮ່ວມມືລາວ-ຈີນ ໃນຂົງເຂດເສດຖະ ກິດ-ການຄ້າ ແລະ ເຕັກນິກ ເຊິ່ງທັງສອງຝ່າຍສັງເກດເຫັນວ່າ ແຕ່ກາງປີ 2018 ເຖິງປັດຈຸບັນ ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ມູນຄ່າ 4 ຕື້ຢວນ ໃນໄລຍະ 3 ປີ ແຕ່ປີ 2018-2020 ໂດຍໄດ້ໃຫ້ບູລິມະສິດເຂົ້າໃນ 8 ໂຄງການໃຫຍ່ທີ່ສຳຄັນຂອງ ສປປ ລາວ ເຊິ່ງມາຮອດປັດຈຸບັນ ທັງສອງຝ່າຍກໍໄດ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ສອງລັດຖະບານ ໄດ້ໃຫ້ຄວາມສຳຄັນ ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ມີຄວາມຄືບໜ້າເປັນຢ່າງດີ.
ການຄ້າ ລາວ-ຈີນ ໃນໄລຍະຜ່ານມາ ປີ 2019 ຍອດມູນຄ່າການຄ້າສອງຝ່າຍບັນລຸເຖິງ 3,92 ຕື້ໂດລາສາຫະລັດ ເພີ່ມຂຶ້ນ 12,9% ສຳລັບປີ 2020 ແຕ່ເດືອນມັງກອນຫາເດືອນກັນຍາ ປີ 2020 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ບັນລຸໄດ້ 2,48 ຕື້ໂດລາ ຫຼຸດລົງ -12,2% ເນື່ອງຈາກຜົນກະທົບຈາກໂຄວິດ-19 ສົ່ງຜົນໃຫ້ການແລກປ່ຽນສິນຄ້າຂອງທັງສອງຝ່າຍຫຼຸດລົງເປັນຈຳນວນຫຼວງຫຼາຍ ພິເສດ ໃນປີ 2019-2020 ລັດຖະບານຈີນຍັງອະນຸມັດໂກຕ້າການສົ່ງອອກເຂົ້າສານຂອງ ສປປ ລາວ ໄປຈີນ ຈຳນວນ 50.000 ໂຕນ ນອກຈາກນັ້ນ ກໍຍັງພວມຕັ້ງໜ້າຊຸກຍູ້ການສົ່ງອອກງົວ-ຄວາຍເປັນ ແລະ ເຈລະຈາໂກຕ້າໃບຢາສູບ ແລະ ນ້ຳຕານຂອງລາວສົ່ງອອກໄປຈີນ.

ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ຮອດເດືອນຕຸລາ 2020 ມີທັງໝົດ 793 ໂຄງການ ມູນຄ່າອະນຸມັດທັງໝົດຫຼາຍກວ່າ 12 ຕື້ໂດລາ ເປັນອັນດັບ 1 ໃນ 32 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາ ລົງທຶນຢູ່ ສປປ ລາວ ນອກນັ້ນ ສປ ຈີນ ຍັງໄດ້ລົງທຶນໃນເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດທັງໝົດ 463 ໂຄງການ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 3,1 ຕື້ໂດລາ ທັງສອງຝ່າຍໄດ້ສັງເກດຕີລາຄາ ໂດຍລວມວ່າ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກທາງດ້ານພະຍາດໂຄວິດ-19 ແຕ່ກໍມີຜົນສຳເລັດໃນຫຼາຍດ້ານທີ່ໄດ້ກ່າວມາຂ້າງເທິງນັ້ນ ແລະ ກໍເຫັນວ່າ ໃນໄລຍະຫຍຸ້ງຍາກ ລັດຖະບານສອງຝ່າຍກໍໄດ້ວາງຫຼາຍໆມາດຕະການ ເພື່ອຊຸກຍູ້ການປະຕິບັດການຮ່ວມມືໃຫ້ໄດ້ຮັບຄວາມຄືບໜ້າດ້ວຍຜົນສຳເລັດອັນໃຫຍ່ຫຼວງ.
# ຂ່າວ & ພາບ: ສີພອນ