ແວ່ນຕາສະຫຼາດ ທີ່ມີກ້ອງຖ່າຍວີດິໂອຝັງຢູ່ໃນ ອາດຈະກ້າວກະໂດດຂັ້ນດ້ານເຕັກໂນໂລຊີຕໍ່ໄປ

ການ​ປາ­ກົດ​ຕົວ​ຂອງ​ໂທລະ­ສັບ​ສະ­ຫຼາດ ຫຼື ໂທລະ­ສັບ​ມື​ຖື ໄດ້​ປ່ຽນ­ແປງ​ການ​ປະ­ພຶດ​ຂອງ​ຄົນ ແວ່ນ­ຕາ​ທີ່​ສະ­ຫຼາດ​ທີ່​ວ່າ​ນີ້ ຈະ​ເປັນ​ເຕັກ​ໂນ​ໂລ​ຊີ​ດ້ານ​ສືບ​ລັບ​ຢ່າງ​ໃຫຍ່​ຫຼວງ​ໃນ​ຂັ້ນ​ຕໍ່​ໄປ​ໄດ້ ຫຼື ບໍ່ ? ບໍ­ລິ­ສັດ ກູ​ໂກລ (Google) ໄດ້​ພະ­ຍາ­ຍາມ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ເປັນ​ເວ­ລາ​ຫຼາຍ​ກວ່າ 6 ປີ ໂດຍ​ໃຊ້ Google Glass ຫຼື ແວ່ນ­ຕາ​ກູ​ໂກລ ມັນ​ບໍ່​ຄືບ​ໜ້າ​ໄປ​ໄດ້ ເຫດ­ຜົນ​ສ່ວນ​ໃຫຍ່​ກໍ​ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ຕົວ ແຕ່​ວ່າ​ບັນ­ດາ​ບໍ­ລິ­ສັດ​ທັງ​ໃຫຍ່ ແລະ ນ້ອຍ​ຢູ່​ໃນ​ຫຼາຍ​ປະ­ເທດ ລວມ​ທັງ​ບໍ­ລິ­ສັດ Facebook ກໍ​ຍັງ​ກຳ­ລັງ​ດຳ­ເນີນ​ງານ​ເພື່ອ​ເຮັດ​ແວ່ນ­ຕາ​ສະ­ຫຼາດ​ຢູ່.

ທຳ​ອິດ​ກໍ​ແມ່ນ​ມີ​ແປ້ນ​ພິມ​ຕົວ​ໜັງ­ສື ຫຼື Keyboard ຈາກ​ນັ້ນ ກໍ​ມີ­ໜ້າ​ຈໍ​ທີ່​ໃຊ້​ມື​ສຳ­ຜັດ​ໄດ້ ບາງ​ບໍ­ລິ­ສັດ​ດ້ານ​ເຕັກ​ໂນ​ໂລ​ຊີ ເວົ້າ​ວ່າ ແວ່ນ­ຕາ​ທີ່​ສວມ​ໃສ່​ໄດ້​ອາດ​ຈະ​ເປັນ​ການ​ກ້າວ​ກະ­ໂດດ​ຂັ້ນ​ໃນ​ທາງ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​ສຳ­ເລັດ​ຜົນ​ສຳ­ລັບ Google Glass ຫຼື ແວ່ນ­ຕາ​ກູ​ໂກລ​ກໍ​ຕາມ.

ທ່ານ​ນາງ ລີ​ສ ກູດ​ໂນ (Liz Goodno) ຈາກ​ພະ​ແນກ​ສື່­ສານ​ຂອງ​ບໍ­ລິ­ສັດ ສະ​ແນບ (Snap) ກ່າວ​ວ່າ: “ໃນ​ອະ­ນາ­ຄົດ​ພວກ​ເຮົາ ຈະ​ບໍ່​ໄດ້​ຖືກ​ຈຳ­ກັດ​ຢູ່​ແຕ່​ກັບ​ໂທລະ­ສັບ​ສະ­ຫຼາດ ຫຼື ໂທລະ­ສັບ​ມື​ຖື​ອີກ ເມື່ອ​ເວົ້າ​ເຖິງ​ເລື່ອງ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ໂລກ​ທີ່­ຢູ່​ອ້ອມ​ຕົວ​ຂອງ​ພວກ​ເຮົາ ສະ­ນັ້ນ ອັນ​ນີ້​ຄື​ການ​ລົງ­ທຶນ​ແຕ່​ຫົວ­ທີ​ເຂົ້າ​ໃນ​ອະ­ນາ­ຄົດ​ທີ່​ວ່າ​ນັ້ນ.”

ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ສະ​ແນບ (Snap) ທີ່​ຕັ້ງ​ຢູ່​ໃນ​ສະ­ຫະ­ລັດ ກໍ​ຄື​ວ່າ ແວ່ນ­ຕາ­ກັນ­ແດດ 3 ທີ່​ຖ່າຍ​ພາບ​ໄດ້ ແວ່ນ­ຕາ​ລຸ້ນ​ທີ​ສາມ​ແມ່ນ​ສະ­ຫຼາດ​ກວ່າ​ລຸ້ນ​ກ່ອນໆ ມັນ​ມີ​ກ້ອງ​ຖ່າຍ​ວີ​ດິ​ໂອ​ຢູ່​ສອງ​ຈຸດ​ໄຟ​ຢູ່​ແຈ​ຂອງ​ແວ່ນ­ຕາ​ຈະ​ຮຸ່ງ​ຂຶ້ນ ເມື່ອ​ມີ​ການ​ບັນ­ທຶກ​ວີ​ດິ​ໂອ​ເກີດ​ຂຶ້ນ ແລະ ເຮັດ​ໃຫ້​ຜູ້​ໃສ່​ແວ່ນ­ຕາ​ນັ້ນ ສາ­ມາດ​ເອົາ​ສິ່ງ​ທີ່​ເປັນ​ພາບ 3 ມິ​ຕິ ຫຼື 3D ຢູ່​ໃນ​ວີ​ດິ​ໂອ​ນັ້ນ​ໄດ້​ຢູ່​ນີ້​ແມ່ນ​ດອກ​ໄມ້​ຈຳ­ນວນ​ໜຶ່ງ.

ຢູ່​ໃນ​ແອັບ​ທີ່​ແຕກ​ຕ່າງ​ກັນ​ຫຼາຍ​ທີ່​ສຸດ​ແອມ​ກລາ​ສ (AMglass) ທີ່​ຜະ­ລິດ​ໂດຍ ບໍ­ລິ­ສັດ ປາ​ຊີ​ຟິກ ຟີວ​ເຈີ (Pacific Future) ທີ່​ຕັ້ງ​ຢູ່​ໃນ​ຮົງ​ກົງ ເຮັດ​ໃຫ້​ພວກ​ໄປ​ຢ້ຽມ​ຊົມ​ສວນ​ສະ­ໜຸກ​ໃຫຍ່​ມີ​ປະ­ສົບ​ການ​ອັນ​ຫຼາກ​ຫຼາຍ​ປະ­ເພດ ໂດຍ​ໃຊ້​ຄວາມ​ເປັນ​ຈິງ​ທີ່​ມີ​ຂໍ້​ມູນ​ເສີມ​ຢູ່​ໃນ​ລະ­ຫວ່າງ​ການ​ເລີ່ມ​ເປີດ​ໂຕ ຂອງ​ແວ່ນ­ຕາ​ສະ­ຫຼາດ​ຢູ່​ປະ­ມານ​ໄລ­ຍະ​ບຸນ​ປ່ອຍ​ຜີ ຫຼື Halloween ສວນ​ສະ­ໜຸກ​ໃຫຍ່​ແຫ່ງ​ນີ້ ກັບ​ກາຍ­ເປັນ​ບ່ອນ​ໜ້າ​ຢ້ານ​ຢ່າງ​ລົ້ນ​ເຫຼືອ.

ທ້າວ ຄຽນ ລີ ຈາກ​ບໍ­ລິ­ສັດ ປາ​ຊີ​ຟິກ ຟີວ​ເຈີ (Pacific Future) ໃຫ້​ຄຳ​ເຫັນ​ວ່າ: “ມີ​ຜີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ໂດຍ​ປະ­ສົມ​ປະ­ສານ​ໃສ​ກັນ​ກັບ​ຕຶກ​ອາ­ຄານ​ທີ່­ແທ້​ຈິງ.”

ແວ່ນ­ຕາ​ນີ້​ໃຊ້​ຢູ່​ໃນ​ສວນ​ສະ­ໜຸກ​ໃຫຍ່​ແຫ່ງ​ຕ່າງໆ​ຢູ່​ໃນ​ຈີນ ແລະ ມາ​ເລ​ເຊຍ ໂດຍ​ທີ່​ມີ​ເຄື່ອງ​ປະ­ມວນ​ຂໍ້​ມູນ​ຢູ່​ຂ້າງ​ໃນ​ແວ່ນ­ຕາ ຄວາມ​ເປັນ​ຈິງ​ທີ່​ມີ​ຂໍ້​ມູນ​ເສີມ​ເຫຼົ່າ​ນີ້ ຖືກ​ອອກ​ແບບ​ມາ​ສຳ­ລັບ​ຄົນ​ທີ່​ມີ​ອາ­ຍຸ 12 ປີ​ຂຶ້ນ​ໄປ ຍ້ອນ​ນ້ຳ­ໜັກ ແລະ ຂະ­ໜາດ​ຂອງ​ມັນ.

ແວ່ນ­ຕາ​ຄວາມ​ເປັນ​ຈິງ​ທີ່​ມີ​ຂໍ້​ມູນ​ເສີມ​ໃນ​ດ້ານ​ຮັກ­ສາ​ຄວາມ​ສະ­ຫງົບ ທີ່​ຜະ­ລິດ​ໂດຍ​ບໍ­ລິ­ສັດ ກູ​ລ​ທັນ (Goolton) ທີ່​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງ ສາ­ມາດ​ໃຊ້​ໂດຍ​ຕຳ­ຫຼວດ​ເພື່ອ​ຊອກ​ຫາ​ຜູ້​ຕ້ອງ​ສົງ­ໄສ​ໄດ້.

ທ່ານ​ນາງ ຊາ​ຣາ ເຊັງ (Sarah Zheng) ຈາກ​ບໍ­ລິ­ສັດ ກູ​ລ​ທັນ (Goolton) ກ່າວ​ວ່າ: “ຕຳ­ຫຼວດ​ສາ­ມາດ​ທີ່​ຈະ​ຕັ້ງ​ບັນ­ຊີ​ດຳ ແລະ ກວດ­ເບິ່ງ​ຄົນ​ຢູ່​ໃນ​ຝຸງ​ຊົນ ແລະ ກໍ​ຊອກ​ຫາ​ຜູ້​ກະ­ທຳ​ຜິດ​ທາງ​ອາ­ຍາ​ໄດ້​ຢ່າງ​ວ່ອງ­ໄວ​ຫຼາຍ​ທີ່​ສຸດ.”

ໂດຍ​ປະ­ກອບ​ມີ​ໂປຣ​ແກຣມ​ທີ່​ຈື່​ໜ້າ​ຄົນ​ໄດ້ ວີ​ດິ​ໂອ ແລະ ພາບ​ທີ່​ແວ່ນ­ຕາ​ສະ­ຫຼາດ​ພວກ​ນີ້​ຈັບ​ໄດ້ ສາ­ມາດ​ສົ່ງ​ໄປ​ໃຫ້​ເຈົ້າ​ໜ້າ­ທີ່​ດ້ານ​ການ​ຮັກ­ສາ​ຄວາມ​ສະ­ຫງົບ​ທີ່​ບໍ່​ຢູ່​ໃນ​ສະ­ຖານ­ທີ່​ນັ້ນ ໃຫ້​ວິ­ໄຈ​ຂໍ້​ມູນ​ໄດ້.

ແນ່­ນອນ​ມັນ​ມີ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ເປັນ​ສ່ວນ​ຕົວ ຢູ່​ກັບ​ທຸກ​ອຸ­ປະ­ກອນ​ທີ່​ມີ​ກ້ອງ​ຖ່າຍ​ພາບ​ຢູ່​ໃນ​ຕົວ​ນັ້ນ ເຊິ່ງ​ເປັນ​ເຫດ­ຜົນ​ອັນ​ໜຶ່ງ​ທີ່​ພວກ​ລູກ​ຄ້າ​ປະ­ຕິ­ເສດ​ບໍ່​ຊື້ Google Glass ຫຼື ແວ່ນ­ຕາ​ກູ​ໂກລ.

ແຕ່​ວ່າ­ການ​ແຂ່ງ­ຂັນ​ຂອງ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ທັງ​ໃຫຍ່ ແລະ ນ້ອຍ ທີ່​ຈະ​ຫັນ​ເອົາ​ສິ່ງ​ຂອງ​ທີ່​ໃຊ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ເຊັ່ນ ແວ່ນ­ຕາ ໃຫ້​ກາຍ­ເປັນ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ສະ­ຫຼາດ​ໄດ້​ຍັງ​ດຳ­ເນີນ​ໄປ​ຢູ່.

error: Content is protected !!