ເພື່ອປ້ອງກັນບໍ່ໃຫ້ແມ່ຍິງ ຕົກເປັນເຫຍື່ອຄວາມຮຸນແຮງ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ມີ​ເລື່ອງ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເພດ​ຍິງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ບາງ​ປະ­ເທດ ເຊິ່ງ​ລວມ​ມີ​ຄວາມ​ຮຸນ​ແຮງ​ທາງ​ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ ທັງ​ນີ້ ກໍ​ເພື່ອ​ໃຫ້​ເຂົ້າ​ກັບ​ບັນ­ຍາ­ກາດ​ລະ​ລຶກ​ວັນ​ສາ­ກົນ​ເພື່ອ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເພດ​ຍິງ​ທີ່​ໄດ້​ກຳ­ນົດ​ໃສ່​ວັນ​ທີ 25 ພະ­ຈິກ​ຂອງ​ທຸກໆ​ປີ.

ທີ່ ປະ­ເທດ​ຕັງ​ຊາ​ນີ (ພາ­ສາ​ອັງ­ກິດ​ເອີ້ນ ວັນ​ຕັນ​ຊາ​ເນຍ): ໄດ້​ມີ​ເຫດ­ການ​ບໍ່​ໜ້າ​ຈະ​ເກີດ​ຂຶ້ນ​ກັບ​ຍິງ​ອາ­ຍຸ 26 ປີ ທີ່​ພວມ​ຖື­ພາ​ຄາ​ທ້ອງ ຊື່​ນາງ ອາ​ມີ­ນາ ຣາ​ຟາ​ເອນ ມະ​ບຸນ​ດາ ເລື່ອງ​ມີ​ຢູ່​ວ່າ ໃນ​ຄ່ຳ​ຄືນ​ວັນ​ທີ 2 ມິ­ຖຸ­ນາ 2018 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຕັງ​ຊາ​ນີ​ຈຳ­ນວນ​ໜຶ່ງ​ໄດ້​ເຂົ້າ​ໄປ​ປິດ​ລ້ອມ​ເຮືອນ​ຂອງ​ນາງ ອາ​ມີ­ນາ ເພື່ອ​ຈັບ​ກຸມ​ຜົວ​ຂອງ​ນາງ​ທີ່​ເຈົ້າ​ໜ້າ­ທີ່​ສົງ­ໄສ​ວ່າ​ໄດ້​ເຄື່ອນ​ໄຫວ​ຊື້​ຕຽງ​ນອນ​ທີ່​ໂຈນ​ລັກ​ມາ​ຂາຍ ແຕ່​ບັງ­ເອີນ​ຜົວ​ຂອງ​ນາງ ອາ​ມີ­ນາ ບໍ່​ຢູ່​ເຮືອນ ດັ່ງ­ນັ້ນ ເຈົ້າ​ໜ້າ­ທີ່​ເລີຍ​ຈັບ​ຜູ້​ເປັນ​ເມຍ​ແທນ ໃນ​ເວ­ລາ​ນັ້ນ ນາງ ອາ​ມີ­ນາ ກຳ­ລັງ​ຖື­ພາ​ແກ່​ຄອງ​ມື້​ເກີດ​ລູກ ດັ່ງ­ນັ້ນ ນາງ​ຈຶ່ງ​ຂໍ​ຮ້ອງ​ໃຫ້​ເຈົ້າ​ໜ້າ­ທີ່​ເອົາ​ນາງ​ໄປ​ໂຮງ­ໝໍ ແຕ່​ຖືກ​ປະ­ຕິ­ເສດ ເຈົ້າ​ໜ້າ­ທີ່​ລາກ​ນາງ​ຂຶ້ນ​ລົດ ແລະ ນຳ​ຕົວ​ໄປ​ກັກ​ໄວ້​ຢູ່​ເດີ່ນ​ຫຍ້າ​ດ້ານ​ໜ້າ​ຂອງ​ຫ້ອງ­ການ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ແລະ ໃນ​ຄືນ​ນັ້ນ​ເອງ​ນາງ​ກໍ​ໄດ້​ເກີດ​ລູກ​ຢູ່​ກັບ​ເດີ່ນ​ບ່ອນ​ຖືກ​ກັກ​ຕົວ ຂ່າວ​ນີ້​ໄດ້​ກາຍ­ເປັນ​ໝັດ​ໄຟ​ແຜ່​ລາມ​ໄປ​ທົ່ວ​ສັງ­ຄົມ​ຂອງ​ຕັງ​ຊາ​ນີ.

ທ່ານ​ນາງ ເຮ​ເລັນ ກີ​ໂຈ ບີ​ຊິມ​ບາ ຫົວ­ໜ້າ​ສູນ​ກົດ­ໝາຍ ແລະ ສິດ­ທິ​ມະ­ນຸດ​ຂອງ ຕັງ​ຊາ​ນີ ໄດ້​ເອີ້ນ​ເຫດ­ການ​ນີ້​ວ່າ: “ແມ່ນ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ທີ່​ສຸດ​ຂອງ​ກຳ­ລັງ​ຕຳ­ຫຼວດ” ທັງ​ໄດ້​ຕັ້ງ​ຄຳ​ຖາມ​ຂຶ້ນ​ວ່າ “ເຫດ​ໃດ​ຈຶ່ງ​ຈັບ​ກຸມ​ຄົນ​ບໍ່​ມີ​ຄວາມ​ຜິດ​ແທນ​ຜູ້​ທີ່​ສົງ­ໄສ​ວ່າ​ເຮັດ​ຜິດ ? ເຫດ​ໃດ​ເຈົ້າ​ໜ້າ­ທີ່​ຈຶ່ງ​ຕາ­ບອດ​ບໍ່​ຮູ້​ວ່າ​ຍິງ​ຄົນ​ນີ້​ຖື­ພາ​ແກ່​ໃກ້​ຈະ​ເກີດ​ລູກ ? ແລະ ຖ້າ​ຍິງ​ຄົນ​ນີ້​ເສຍ​ຊີ­ວິດ​ເວ­ລາ​ເກີດ​ລູກ​ເດລະ ?” ສ່ວນ​ອົງ­ການ​ແນວ​ຮ່ວມ​ແຫ່ງ​ຊາດ​ເພື່ອ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ແລະ ເດັກ­ນ້ອຍ​ນັ້ນ​ກໍ​ໄດ້​ອອກ​ຖະ­ແຫຼງ­ການ​ກ່າວ​ປະ­ນາມ​ການ​ກະ­ທຳ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຄັ້ງ​ນີ້​ວ່າ ເປັນ​ເລື່ອງ​ຕ່ຳ​ຊ້າ​ປ່າ​ເຖື່ອນ ແລະ ໜ້າ​ອັບ­ອາຍ​ທີ່​ສຸດ.

ທີ່ ປະ­ເທດ​ໄທ: ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ ບັບ​ວັນ​ທີ 9 ເດືອນ​ກໍ­ລະ­ກົດ ປີ​ນີ້ ໂດຍ​ອີງ­ໃສ່​ແຫຼ່ງ ຂ່າວ​ໜັງ­ສື­ພິມ The Nation ໄດ້​ໃຫ້​ຮູ້​ກ່ຽວ​ກັບ​ເຫດ­ການ​ແມ່­ເຖົ້າ ອາ­ຍຸ 76 ປີ ຜູ້​ເປັນ​ແມ່​ຖືກ​ລູກ​ຊາຍ ຊື່​ທ້າວ ຊູ​ຈິດ ອາ­ຍຸ 47 ປີ ທຳ­ຮ້າຍ​ຮ່າງ­ກາຍ​ຈົນ​ແຂ້ວ​ຫັກ​ຈຳ­ນວນ​ຫຼາຍ​ເຫຼັ້ມ.

ເຫດ­ການ​ນີ້​ເກີດ​ຂຶ້ນ​ຢູ່​ເມືອງ​ນາງ​ຣອງ ແຂວງ​ບຸ­ລິ​ລຳ ຂ່າວ​ໃຫ້​ລາຍ​ລະ­ອຽດ​ພຽງ​ວ່າ: ເຫດ​ເກີດ​ຂຶ້ນ​ເມື່ອ​ຝ່າຍ​ລູກ​ຊາຍ​ຖືກ​ບັນ­ຊາ​ດ້ວຍ​ລິດ​ນ້ຳ​ຕາ​ຜີ​ເຜດ (ເມົາ) ຈົນ​ຂາດ​ສະ­ຕິ ແລ້ວ​ລົງ­ມື​ຕ່ອຍ​ຕີ​ທັງ​ຜູ້​ເປັນ​ແມ່ ແລະ ນ້ອງ​ສາວ ຈົນ​ຜູ້​ເຄາະ​ຮ້າຍ​ທັງ​ສອງ​ໄດ້​ເຂົ້າ​ປິ່ນ­ປົວ​ຢູ່​ໂຮງ­ໝໍ ຂ່າວ​ເລື່ອງ​ຄວາມ​ຮຸນ​ແຮງ​ໃນ​ຄອບ­ຄົວ​ແບບ​ນີ້​ຢູ່​ລາວ​ພວກ​ເຮົາ​ກໍ​ເກີດ​ຂຶ້ນ​ອ່າວ​ຖີ່​ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້ ເຊິ່ງ​ມີ​ສາ­ເຫດ​ມາ​ຈາກ​ການ​ດື່ມ​ເຫຼົ້າ​ເມົາ ກໍ​ຄື ການ​ເສບ​ຢາ​ບ້າ ສ່ວນ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ສ່ວນ​ໃຫຍ່​ກໍ​ແມ່ນ​ແມ່­ຍິງ​ໃນ​ຄອບ­ຄົວ​ນັ້ນ​ເອງ.

ທີ່ ເນ​ປານ: ຂ່າວ​ດີ​ສຳ­ລັບ​ແມ່­ຍິງ​ເນ​ປານ ໄດ້​ມີ​ຂຶ້ນ​ໃນ​ເດືອນ​ສິງ­ຫາ 2017 ເມື່ອ​ລັດ​ຖະ​ສະ­ພາ​ຂອງ​ປະ­ເທດ​ນີ້​ໄດ້​ອອກ​ກົດ­ໝາຍ​ຍົກ­ເລີກ​ປະ­ເພ­ນີ​ທີ່​ເອີ້ນ​ວ່າ “ຈໍ​ປາ​ດີ” (Chhaupadi) ທີ່​ບັງ­ຄັບ​ໃຫ້​ແມ່­ຍິງ​ອອກ​ຈາກ​ເຮືອນ​ເມື່ອ​ມີ​ຮອບ​ເດືອນ ແລະ ເວ­ລາ​ເກີດ​ລູກ ເພາະ​ຖື​ວ່າ​ເປັນ​ເລື່ອງ​ຄະ­ລຳ ຈະ​ນຳ​ເຄາະ​ຮ້າຍ​ມາ­ສູ່​ຄອບ­ຄົວ ປະ­ເພ­ນີ​ນີ້​ປະ­ຕິ­ບັດ​ມາ​ໄດ້​ຫຼາຍ­ເຊັ່ນ­ຄົນ​ແລ້ວ ແມ່­ຍິງ​ທີ່​ມີ​ຮອບ​ເດືອນ ແລະ ເກີດ​ລູກ​ຕ້ອງ​ໄດ້​ໄປ​ເກີດ​ຢູ່​ຕາມ​ຄອກ​ສັດ ເຊິ່ງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ນາໆ​ປະ­ການ ເຖິງ​ຂັ້ນ​ເສຍ​ຊີ­ວິດ​ກໍ​ມີ​ຕົວ­ຢ່າງ​ຫຼາຍ​ກໍ­ລະ­ນີ​ມາ​ແລ້ວ.

ໃນ​ໄລ­ຍະ​ຜ່ານ​ມາ ທາງ​ສານ​ສູງ​ສຸດ​ເນ​ປານ​ກໍ​ເຄີຍ​ອອກ​ຄຳ​ສັ່ງ​ຍົກ­ເລີກ​ປະ­ເພ­ນີ​ດັ່ງ­ກ່າວ​ມາ​ຫຼາຍ​ເທື່ອ ແຕ່​ກໍ​ບໍ່​ໄດ້­ຜົນ ດັ່ງ­ນັ້ນ ທາງ​ລັດ ຖະ​ສະ­ພາ​ຈຶ່ງ​ໄດ້​ຮ່າງ​ເປັນ​ກົດ­ໝາຍ​ບັງ­ຄັບ​ໃຊ້ ໂດຍ​ມີ​ການ​ກຳ­ນົດ​ໂທດ​ຕິດ​ຄຸກ​ເປັນ​ເວ­ລາ 3 ເດືອນ ຫຼື ຖືກ​ປັບ​ໃໝ​ເປັນ​ເງິນ 3.000 ຣູ​ເປຍ ສຳ­ລັບ​ຜູ້​ບັງ­ຄັບ​ແມ່­ຍິງ​ໃຫ້​ອອກ​ຈາກ​ເຮືອນ​ຕາມ​ປະ­ເພ­ນີ​ທີ່​ລ້າ​ສະ­ໄໝ​ດັ່ງ­ກ່າວ.

error: Content is protected !!