ກຽມນໍາສິນຄ້າລາວເຂົ້າວາງຈໍາໜ່າຍໃນຢູ່ຮ້ານສະດວກຊື້ມິນິບີກຊີ

    ພິທີຖະແຫຼງຂ່າວ ແລະ ສັນຍາເຊັນບົດບັນທຶກ ໂຄງການຮ່ວມມືພັດທະນາ ແລະ ສົ່ງເສີມໂຄສະນາສິນຄ້າລາວ ເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ຈັດຂຶ້ນໃນວັນທີ 18 ພະຈິກ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມລົງນາມມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີ ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດ ມິນິບີກຊີ ມີທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການຮ່ວມມືຄັ້ງນີ້ ເປັນຂີດໝາຍສໍາຄັນໃນການຍົກລະດັບຜູ້ປະກອບການໃນການຜະລິດສິນຄ້າໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະ ສິນຄ້າໂອດ໊ອບຂອງລາວທີ່ມີຫຼາຍກວ່າ 600 ລາຍການເຫັນວ່າເປັນທ່າແຮງ ແລະ ກາລະໂອກາດໃນການພັດທະນາ ຮຽກຮ້ອງ 3 ຂະແໜງການທີ່ເຊັນສັນຍາຮ່ວມມືໃນຄັ້ງນີ້ ຮ່ວມມືກັນປັບປຸງສິນຄ້າ ການຜະລິດ ລາຄາ ການຫຸ້ມຫໍ່ ເພື່ອໃຫ້ສາມາດເຂົ້າຂາຍໃນມິນິບີກຊີ ໂດຍໃຫ້ມີແຜນງານລະອຽດ ແລະ ລົງເລີກຕາມແຕ່ລະຜະລິດຕະພັນ ເພື່ອໃຫ້ໂຄງການດັ່ງກ່າວມີຜົນປະໂຫຍດສູງສຸດ. 

    ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນຫຼາຍ ທີ່ຈະຊ່ວຍຜູ້ປະກອບການຜະລິດສິນຄ້າຂອງລາວ ໄດ້ເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ມີການປະສານງານກັບບັນດາກົມອ້ອມຂ້າງໃນກະຊວງ ເພື່ອຍູ້ດັນໃຫ້ເກີດໂຄງການນີ້ ເພື່ອໃຫ້ເກີດປະໂຫຍດສູງສຸດໃຫ້ຜູ້ປະກອບການຂອງລາວ ໂດຍສະເພາະແມ່ນຮູບແບບການອອກແບບສິນຄ້າ ການຫຸ້ມຫໍ່ ການຜະລິດທີ່ມີຄວາມສະຖຽນ ແລະ ມີຄຸນນະພາບ ສາມາດຕອບສະຫນອງຄວາມຕ້ອງການຂອງຕະຫຼາດ. 

    ທ່ານ ນາງ ສຸກັນຍາ ເທບວົງສາ ກ່າວວ່າ: ປັດຈຸບັນ ໄດ້ສໍາເລັດ ການເຈລະຈາ ຮ່ວມກັບບໍລິສັດ ມິນິບີກຊີ ເບື້ອງຕົ້ນ ໃນການນໍາເອົາຜະລິດຕະພັນທີ່ມີທ່າແຮງ ມີຄວາມສາມາດໃນການຜະລິດ ແລະ ຄຸນນະພາບ ເຂົ້າໄປຈໍາໜ່າຍໃນມິນິບີກຊີ ເຊິ່ງມີ 6 ຫົວໜ່ວຍ 4 ປະເພດ 40 ຜະລິດຕະພັນທີ່ຈະໄດ້ວາງຈໍາໜ່າຍໃນຮ້ານຄ້າທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບ ເຖິງວ່າສິນຄ້າລາວຈະມີຫຼາຍຢ່າງທີ່ມີຄຸນນະພາບດີ ແຕ່ເຫັນວ່າສິນຄ້າລາວ ສ່ວນຫຼາຍແມ່ນຍັງມີຂໍ້ຈໍາກັດດ້ານການອອກແບບ ການຫຸ້ມຫໍ່ ການຈັດວາງທີ່ດີ ເຮັດໃຫ້ບໍເປັນເປົ້າໝາຍຂອງກຸ່ມຜູ້ຈັດຊື້ ສາເຫດເກີດຈາກຫຼາຍປັດໄຈເຊັ່ນ ແນວຄວາມຄິດການອອກແບບ ຫຼື ການເຂົ້າເຖິງຕົວຢ່າງສິນຄ້າຍັງຈໍາກັດ ຄ່າວັດສະດຸຫຸ້ມຫໍ່ລາຄາສູງ ບໍ່ສາມາດຜະລິດພາຍໃນໄດ້ ແລະ ອື່ນໆ. 

    ທ່ານ ແກລີ່ ຮາດີ້ ກ່າວວ່າ: ປັດຈຸບັນ ມິນິບີກຊີ ມີສາຂາບໍລິການໃນປະເທດລາວແລ້ວ 51 ສາຂາ ເຊິ່ງມີອັດຕາຈ້າງງານ 500 ກວ່າຄົນ ແຜນປີ 2021 ຈະຂະຫຍາຍສາຂາໃຫ້ໄດ້ 21 ສາຂາ ແລະ ແຜນ 5 ປີ ຈະຂະຫຍາຍສາຂາໃຫ້ໄດ້ 50 ສາຂາ ພ້ອມດຽວກັນ ກໍມີຄວາມພ້ອມສູງໃນການນໍາເອົາສິນຄ້າລາວທີ່ຜ່ານຂະບວນການຜະລິດທີ່ດີ ມີສະຖຽນລະພາບ ໂດຍສະເພາະເງື່ອນໄຂທີ່ຫົວຫນ້າກົມສົ່ງເສີມການຄ້າໄດ້ລະບຸກ່ອນໜ້ານີ້ ໂດຍສາມາດນໍາເຂົ້າວາງຂາຍພາຍໃນຮ້ານ ລວມທັງໃຫ້ພວກເຮົາສາມາດຊ່ວຍຍົກລະດັບການຜະລິດ ຂະຫຍາຍຕະຫຼາດອອກໄປຕ່າງປະເທດ ໂດຍຜ່ານເຄືອຂ່າຍມິນິບີກຊີ ສາກົນ. 

# ຂ່າວ & ພາບ : ວຽງມາ

error: Content is protected !!