
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ຢ້ຽມຊົມບໍລິສັດ ໄຟຟ້າຫົງສາ ຈຳກັດ ວັນທີ 3 ມີນາ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍການນຳແຂວງໄຊຍະບູລີ ການນຳເມືອງຫົງສາ ແລະ ພາກສ່ວນກ່ຽວຂ້ອງ.
ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມຫ້ອງການພາກສະໜາມ ຝ່າຍພັດທະນາສັງຄົມ ແລະ ຮ້ານຄ້າສະຫະກອນສົ່ງເສີມກະສິກຳເມືອງຫົງສາ ທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ຈັດຕັ້ງຂຶ້ນ ເພື່ອສົ່ງເສີມດ້ານການຕະຫຼາດ ລວມເຖິງການກະຈາຍສິນຄ້າຂອງທ້ອງຖິ່ນ ອອກສູ່ຕະຫຼາດຢ່າງເປັນລະບົບ ໂດຍມຸ່ງຫວັງໃຫ້ເປັນຕົ້ນແບບຂອງສະຫະກອນແຫ່ງທຳອິດໃນພາກເໜືອຂອງ ສປປ ລາວ ຈາກນັ້ນ ກໍໄດ້ຢ້ຽມຊົມ ອາຄານຫົງຄຳໄຊຍາຄານ ແລະ ຫ້ອງວາງສະແດງຂໍ້ມູນ ທີ່ເປັນອາຄານຈັດສະແດງໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບການດຳເນີນງານຂອງບໍລິສັດ ແລະ ຂະບວນການຜະລິດກະແສໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ ການພັດທະນາຊຸມຊົນ ແລະ ສັງຄົມ ພ້ອມນີ້ ຍັງມີຈຸດປະສົງເພື່ອໃຫ້ເປັນພົນລະເມືອງດີ ທີ່ເຮັດປະໂຫຍດຕໍ່ສັງຄົມ ໂດຍສະເພາະຕໍ່ກັບຊຸມຊົນເມືອງຫົງສາ ເມືອງເງິນ ແຂວງໄຊຍະບູລີ ແລະ ສປປ ລາວ ຈຶ່ງໄດ້ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທັງດ້ານການສືບສານຂະໜົບທຳນຽມ ປະເພນີວັດທະນະທຳ ການສຶກສາກີລາຢ່າງຕໍ່ເນື່ອງ ແລະ ການນຳມາດຕະຖານການຈັດການດ້ານສິ່ງແວດລ້ອມຂອງທະນາຄານໂລກ ມາເປັນມາດຕະຖານໃນການດຳເນີນງານ ຈົນໄດ້ຮັບການຮັບຮອງມາດຕະຖານດ້ານການຈັດການສິ່ງແວດລ້ອມລະດັບສາກົນ ຫຼື ISO 14001 version 2015 ໂດຍມີຕົວແທນເຍົາວະຊົນ ແລະ ອາວຸໂສຂອງເມືອງຫົງສາ ເຮັດໜ້າທີ່ເປັນຜູ້ບັນຍາຍ ແລະ ໃຫ້ຂໍ້ມູນກັບຄະນະ.
ບໍລິສັດໄຟຟ້າຫົງສາ ຈຳກັດ ເປັນອີກພາກສ່ວນໜຶ່ງທີ່ມີບົດບາດສຳຄັນໃນການຜະລິດພະລັງງານໄຟຟ້າ ທີ່ມີສະຖຽນລະພາບໃຫ້ ສປປ ລາວ ແລະ ຣາຊະອານາຈັກໄທ ໂດຍໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ສາ ມາດຜະລິດກະແສໄຟຟ້າສົ່ງໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ເທົ່າກັບ 8% ຂອງຄວາມຕ້ອງການພະລັງງານໄຟຟ້າໃນ ສປປ ລາວ ແລະ ສົ່ງໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1,473 ເມກາວັດ ເທົ່າກັບ 6% ຂອງຄວາມຕ້ອງການພະລັງງານໄຟຟ້າໃນປະເທດໄທ.