ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນປະເທດ

    ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ປອດໄພ ຕັ້ງໜ້າປັບປຸງ ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກໍາລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຈົງຮັກພັກດີຕໍ່ພັກ ຕໍ່ລະບອບໃໝ່ ຕໍ່ປະເທດຊາດ ແລະ ປະຊາຊົນ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ເປັນທາງການ ວັນທີ 18 ພະຈິກ 2020 ທີ່ກະຊວງປ້ອງກັນປະເທດ ເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ປະທານຄະນະກໍາມະການ ປກຊ-ປກສ ສູນກາງ ພ້ອມດ້ວຍບັນດາສະຫາຍຄະນະເລຂາທິການ ກໍາມະການ ຄະນະຈັດຕັ້ງ ແລະ ຄະນະກວດກາສູນກາງພັກ ຕະຫຼອດຮອດຄະນະພັກກະຊວງ ຄະນະພັກນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພະນັກງານປະຕິວັດອາວຸໂສ ວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນ ຜູ້ແທນສົມບູນຈໍານວນ 213 ສະຫາຍ ເພດຍິງ 2 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບ.

    ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດຄັ້ງນີ້ ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງກອງທັບ ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ ບົດບາດ ຄວາມສາມາດການນໍາພາຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ ນອກນັ້ນ ກອງປະຊຸມຍັງໄດ້ຜ່ານບົດລາຍງານການເມືອງການນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາ 5 ປີຕໍ່ໜ້າ (2021-2025) ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຊຸດໃໝ່ ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພ້ອມທັງຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກໍາມະການ ປກຊ ຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!