ກອງປະຊຸມໃຫຍ່ຄັ້ງທີ V ຜູ້ແທນ ອົງຄະນະພັກກະຊວງຍຸຕິທຳໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງຍຸຕິທຳ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 18 ພະຈິກ 2020 ທີ່ກະຊວງຍຸຕິທຳ ໂດຍການເປັນປະທານຂອງສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ມີສະຫາຍຮອງເລຂາ ຄະນະປະຈຳ-ຄະນະບໍລິຫານງານພັກກະຊວງ ແຂກຖືກເຊີນຈາກສະພາແຫ່ງຊາດ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈຳປາສັກ ອົງການຈັດຕັ້ງພັກ ສະມາຊິກພັກອາວຸໂສບຳນານ ພ້ອມດ້ວຍຜູ້ແທນສົມບູນ ເຂົາລວມທັງໝົດຈຳນວນ 145 ສະຫາຍ ຍິງ 36 ສະຫາຍ.

    ກອງປະຊຸມຄັ້ງນີ້ ຜູ້ແທນຈະໄດ້ຮັບຟັງການສະຫຼຸບລາຍງານການເມືອງຂອງກະຊວງຍຸຕິທຳ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານຍຸຕິທຳ 5 ປີຜ່ານມາ (2016-2020) ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະໄໝທີ IV ແລະ ແຜນພັດທະນາວຽກງານຂອງຂະແໜງຍຸຕິທຳໄລຍະ 2021-2025 ນອກນັ້ນ ຜູ້ແທນຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງຍຸຕິທຳຊຸດທີ V ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມທັງໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງ ເພື່ອໃຫ້ທິດເຍືອງທາງແກ່ຄະນະພັກກະຊວງຍຸຕິທຳຊຸດໃໝ່ຕື່ມອີກ.

# ຂ່າວ & ພາບ : ລັດເວລາ

error: Content is protected !!