ສາກົນສະໜັບສະໜູນການບໍລິການສຸຂະພາບ ແລະ ໂພຊະນາການ

    ກອງປະຊຸມເຜີຍແຜ່ໂຄງການເຂົ້າເຖິງການບໍລິການສຸຂະພາບ-ໂພຊະນາການ ແລະ ວິທີການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ຮ່ວມກັບກົມ ສູນ ທີ່ກ່ຽວຂ້ອງ ແລະ ບັນດາແຂວງເປົ້າໝາຍ ຈັດຂຶ້ນວັນທີ 18-19 ພະຈິກ 2020 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ເອລິນ ໂບສ ຜູ້ຕາງໜ້າກອງທຶນໂລກ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ພ້ອມຫົວໜ້າຫ້ອງການ ກົມ ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ ແມ່ນການນຳເອົາແຕ່ລະກົມພາຍໃນ ກະຊວງສາທາລະນະສຸກ ໜ່ວຍງານສາທາລະນະສຸກໃນຂັ້ນແຂວງ ເມືອງ ແລະ ບ້ານມາຮ່ວມກັນ ເພື່ອສະໜັບສະໜູນຍຸດທະສາດຂອງລັດຖະບານ ໃນການສຸມໃສ່ເພີ່ມຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂັ້ນພື້ນຖານ ເພື່ອໃຫ້ບັນລຸເປົ້າໝາຍການປົກຄຸມສຸຂະພາບທຸກທົ່ວໜ້າພາຍໃນປີ 2025 ມັນແມ່ນການຮ່ວມກັນແບບໜຶ່ງດຽວທີ່ທະນາຄານໂລກ ລັດຖະບານອົດສະຕຣາລີ ແລະ ກອງທຶນໂລກຮ່ວມກັນເປັນຄັ້ງທຳອິດ ພ້ອມທັງການຊ່ວຍເຫຼືອກັບຄູ່ຮ່ວມວິຊາການ ແລະ ຄູ່ຮ່ວມພັດທະນາເຊັ່ນ: GAVI WHO ແລະ CHAI ແລະ ອົງການຈັດຕັ້ງມະຫາຊົນມາລວມກັນເພື່ອເປົ້າໝາຍດຽວ ເຊິ່ງການຮ່ວມມືແມ່ນມີຄວາມສຳຄັນທີ່ສຸດໃນປັດຈຸບັນ ໂດຍທີ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລາໂຣກສາຍພັນໃໝ່ ທີ່ກຳລັງຂົ່ມຂູ່ການເຂົ້າເຖິງການຮັກສາສຸຂະພາບສຳລັບກຸ່ມຄົນທີ່ມີຄວາມສ່ຽງ ແລະ ສປປ ລາວ ແມ່ນໜຶ່ງໃນປະເທດທີ່ເປັນຕົວຢ່າງໃນພາກພື້ນຕໍ່ການຄວບຄຸມການລະບາດ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!