ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ (02/12/1975-02/12/2020) ແລະ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ທີ່ຈະມີຂຶ້ນ ພ້ອມທັງເປັນການປະກອບສ່ວນ ຊ່ວຍເຫຼືອສັງຄົມ ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ ຂໍເຊີນທ່ານເຂົ້າຮ່ວມກິດຈະກຳຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ ພວກເຮົາເຮັດດີ ” ກິດຈະກຳຈະໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2020 ທີ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເລີ່ມ 10:00 ໂມງເຊົ້າ ເປັນຕົ້ນໄປ.

ທ່ານສາມາດສອບຖາມລາຍລະອຽດໄດ້ທີ່: 021 214 763