ເພື່ອສິ່ງແວດລ້ອມທີ່ສົດໃສ ດ້ວຍການກຳຈັດການໃຊ້ຖົງຢາງ

ໃນ​ປັດ­ຈຸ­ບັນ ສະ­ໜາມ­ຮົບ​ເພື່ອ​ປຸກ­ລະ­ດົມ​ໃຫ້​ມີ​ການ​ຫຼຸດ­ຜ່ອນ ແລະ ຍົກ­ເລີກ​ການ​ໃຊ້​ຖົງ​ຢາງ (ຖົງ​ປຼາ​ສ​ຕິກ) ໃນ​ທົ່ວ​ໂລກ​ກຳ­ລັງ​ດຳ­ເນີນ​ໄປ​ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ ທັງ​ນີ້​ກໍ​ເພື່ອ​ແກ້​ໄຂ​ບັນ­ຫາ​ຂີ້​ເຫຍື້ອ​ຢາງ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ ສຳ­ລັບ​ສິ່ງ­ແວ­ດລ້ອມ ໃນ​ບົດ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ບາງ​ບົດ­ຮຽນ​ຈາກ​ຕ່າງ​ແດນ ກ່ຽວ​ກັບ​ມາດ​ຕະ­ການ​ຫ້າມ​ໃຊ້​ຖົງ​ຢາງ ກໍ​ຄື ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ.

ທີ່ ປະ­ເທດ​ຝຣັ່ງ: ໃນ​ປີ 2020 ນີ້​ເອງ ຝຣັ່ງ​ໄດ້​ກາຍ­ເປັນ​ປະ­ເທດ​ທຳ​ອິດ​ໃນ​ໂລກ ທີ່​ໄດ້​ປະ­ກາດ​ໃຊ້​ກົດ­ໝາຍ​ຫ້າມ​ນຳ​ໃຊ້​ພາ­ຊະ­ນະ​ຕ່າງໆ​ທີ່​ເຮັດ​ດ້ວຍ​ຢາງ ເຊັ່ນ: ຖ້ວຍ ຈອກ ມີດ ບ່ວງ ສ້ອມ ແລະ ຈານ ກ່ອນ​ໜ້າ​ນັ້ນ ຄື: ໃນ​ປີ 2016 ຝຣັ່ງ​ໄດ້​ອອກ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຫັນ­ປ່ຽນ​ການ​ໃຊ້​ພະ­ລັງ­ງານ ເພື່ອ​ການ​ເຕີບ​ໂຕ​ທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ສ່ວນ​ກົດ­ໝາຍ​ຫ້າມ​ໃຊ້​ພາ­ຊະ­ນະ​ທີ່​ເຮັດ​ດ້ວຍ​ຢາງ​ນີ້ ແມ່ນ​ສ່ວນ​ໜຶ່ງ​ຂອງ​ກົດ­ໝາຍ​ກ່ຽວ­ຂ້ອງ​ໃນ​ປີ 2016.

ຂ່າວ​ບອກ​ວ່າ: ການ​ຫ້າມ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ​ໃນ​ຫຼາຍໆ​ປະ­ເທດ​ນັ້ນ ຍັງ​ເນັ້ນ​ສະ­ເພາະ​ການ​ຫ້າມ​ໃຊ້​ຖົງ​ຢາງ​ທີ່​ໃຊ້​ພຽງ​ຄັ້ງ​ດຽວ​ເທົ່າ​ນັ້ນ ໃນ​ທ້າຍ​ປີ 2015 ຝຣັ່ງ​ໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສາ­ກົນ ເພື່ອ​ແກ້​ໄຂ​ບັນ­ຫາ​ໂລກ​ຮ້ອນ ດ້ວຍ​ວິ­ທີ​ການ​ກຳ­ນົດ​ນະ­ໂຍ­ບາຍ​ສະ­ໜັບ­ສະ­ໜູນ​ເສດ­ຖະ­ກິດ​ໝູ­ນວຽນ ທີ່​ກວມ​ເອົາ​ທັງ​ຂັ້ນ​ຕອນ ການ​ອອກ​ແບບ ການ​ຜະ­ລິດ ຮອດ​ຂັ້ນ​ຕອນ​ການ​ນຳ​ເອົາ​ຜະ­ລິດ​ຕະ​ພັນ​ເກົ່າ​ກັບ​ມາ​ໃຊ້​ຄືນ­ໃໝ່ (ຣີ​ໄຊ​ເຄີນ) ທ່ານ ຟຣັງ​ຊົວ​ໂອ​ລອງ ປະ­ທາ­ນາ­ທິ­ບໍ­ດີ​ຝຣັ່ງ​ໃນ​ເວ­ລາ​ນັ້ນ ໄດ້​ວາງ​ຄາດ­ໝາຍ​ໃຫ້​ຝຣັ່ງ​ກາຍ­ເປັນ​ປະ­ເທດ​ຕົ້ນ​ແບບ ໃນ​ການ​ຫຼຸດ​ການ​ປ່ອຍ​ແກ໊ດ​ເຮືອນ​ແກ້ວ.

ທີ່ ອົດ​ສະ​ຕຣາ​ລີ: ຂ່າວ​ຕ່າງ­ປະ­ເທດ​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ 2018 ໃຫ້​ຮູ້​ວ່າ: ກຸ່ມ​ບໍ­ລິ­ສັດ ວູນ​ເວີດ (Woolworth) ທີ່​ເຮັດ​ທຸ­ລະ​ກິດ​ຂາຍ­ຍ່ອຍ​ລາຍ​ໃຫຍ່​ທີ່​ສຸດ​ຢູ່​ອົດ​ສະ​ຕຣາ​ລີ ໄດ້​ງົດ​ການ​ສະ­ໜອງ​ຖົງ​ຢາງ​ໃຊ້​ເທື່ອ​ດຽວ​ໃຫ້​ລູກ​ຄ້າ ນັບ​ແຕ່​ວັນ​ທີ 20 ມິ­ຖຸ­ນາ ປີ 2018 ເປັນ­ຕົ້ນ​ມາ ໂດຍ​ເລີ່ມ​ປະ­ຕິ­ບັດ​ໃນ​ທົ່ວ​ລະ­ບົບ​ຮ້ານ​ຊັບ​ພະ​ສິນ­ຄ້າ ແລະ ຮ້ານ​ຂາຍ­ຍ່ອຍ​ອື່ນໆ​ທີ່​ຂຶ້ນ​ກັບ Woolworth ແຜນ​ຍົກ­ເລີກ​ການ​ສະ­ໜອງ​ຖົງ​ຢາງ ໄດ້​ລິ​ເລີ່ມ​ຂຶ້ນ​ແຕ່​ເດືອນ​ກໍ­ລະ­ກົດ 2017 ໂດຍ​ໄດ້​ວາງ​ແຜນ​ກຳ­ຈັດ​ຖົງ​ຢາງ ໃຫ້​ໄດ້ 3,2 ຕື້​ຖົງ​ຕໍ່​ປີ ເພື່ອ​ປະ­ກອບ­ສ່ວນ​ຫຼຸດ­ຜ່ອນ​ຂີ້​ເຫຍື້ອ​ຢາງ​ອອກ​ຈາກ​ສິ່ງ­ແວ­ດລ້ອມ ໄປ​ພ້ອມໆ​ກັບ​ການ​ພັດ­ທະ­ນາ​ພື້ນ­ຖານ​ເສດ­ຖະ­ກິດ​ສີ­ຂຽວ​ຢູ່​ໃນ​ອົດ​ສະ​ຕຣາ​ລີ.

Woolworths ມີ​ຂັ້ນ​ຕອນ​ຈັດ­ການ​ກັບ​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ​ດັ່ງ­ນີ້: ພາຍ​ໃນ​ປີ 2019 ໄດ້​ທົດ​ລອງ​ບອກ​ຍົກ­ເລີກ​ການ​ໃຊ້​ຖົງ​ຢາງ ສຳ­ລັບ​ຫຸ້ມ​ຫໍ່​ທີ່​ບໍ່​ຈຳ­ເປັນ​ກັບ​ຜະ­ລິດ​ຕະ​ພັນ​ກວ່າ 80 ລາຍ­ການ ທີ່​ແຕກ​ຕ່າງ​ກັນ​ຂອງ​ບໍ­ລິ­ສັດ ເຊິ່ງ​ເຮັດ​ໃຫ້​ສາ­ມາດ​ລຶ­ບລ້າງ​ການ​ໃຊ້​ວັດ­ຖຸ​ຢາງ​ທີ່​ມີ​ນ້ຳ­ໜັກ 140 ໂຕນ ສຳ­ລັບ​ຫຸ້ມ​ຫໍ່​ໝາກ​ໄມ້ ແລະ ຜັກ​ສົດ​ໃນ​ແຕ່​ລະ​ປີ ນອກ­ຈາກ​ນັ້ນ ທາງ​ບໍ­ລິ­ສັດ​ກໍ​ຍັງ​ໄດ້​ດຳ­ເນີນ​ການ​ກຳ​ຈັດ­ການ​ໃຊ້​ທໍ່­ດູດ​ທີ່​ເຮັດ​ດ້ວຍ​ຢາງ ໂດຍ​ທົ່ວ​ໄປ​ແລ້ວ ບັນ­ດາ​ລັດ​ຕ່າງໆ​ໃນ​ອົດ​ສະ​ຕຣາ​ລີ​ນັ້ນ​ຕ່າງ ກໍ​ໄດ້​ມີ​ມາດ​ຕະ­ການ​ກຳ­ຈັດ​ຂີ້​ເຫຍື້ອ​ເປັນ​ຂອງ​ຕົນ​ເອງ​ໃນ​ແຕ່​ລະ​ປີ ບັນ­ດາ​ຮ້ານ​ຄ້າ​ຢູ່​ອົດ​ສະ​ຕຣາ​ລີ ໄດ້​ສ້າງ​ຂີ້​ເຫຍື້ອ​ຖົງ​ຢາງ​ຈຳ­ນວນ​ກວ່າ 5 ຕື້​ຖົງ​ຕໍ່​ປີ ໃນ​ນັ້ນ ປະ­ມານ 3% ເທົ່າ​ນັ້ນ​ທີ່​ຖືກ​ມາ​ປຸງ​ແຕ່ງ​ເພື່ອ​ນຳ​ໃຊ້​ຄືນ­ໃໝ່.

error: Content is protected !!