ອາຫານແກ້ຄວາມຫິວ ແຕ່ການສຶກສາແກ້ຄວາມໂງ່

ແກ້­ຄວາມ​ຫິວ ກິນ​ແລ້ວ​ກໍ​ອີ່ມ ແຕ່​ການ​ແກ້­ຄວາມ​ໂງ່​ດ້ວຍ​ການ​ສຶກ​ສາ​ນັ້ນ​ຕ້ອງ​ໃຊ້​ເວ­ລາ​ຍາວ​ນານ ແລະ ຕໍ່​ເນື່ອງ ຜູ້​ຂຽນ​ຂໍ​ຍົກ​ປະ­ເດັນ​ສຳ​ຄັນ­ວ່າ: ພະ­ພຸດ­ທະ­ເຈົ້າ​ໃຊ້​ເວ­ລາ 45 ປີ ຫຼັງ​ຈາກ​ຕັດ­ສະ­ຮູ້​ເພື່ອ​ເຜີຍ­ແຜ່​ສິນ​ທຳ​ນັ້ນ ຄື​ການ​ເອົາ​ການ​ສຶກ​ສາ​ໃຫ້​ຄົນ​ໄດ້​ເກີດ​ປັນ­ຍາ​ຈຶ່ງ​ເປັນ 45 ປີ​ທີ່​ພະ­ພຸດ­ທະ­ເຈົ້າ​ພະ­ຍາ­ຍາມ​ສ້າງ​ຄົນ ບໍ່​ແມ່ນ​ເພິ່ນ​ເນັ້ນ​ສ້າງ​ວັດ­ຖຸ​ເນີ ! ໜັງ­ສື­ພິມ​ສຶກ​ສາ-ກີ­ລາ ວັນ​ທີ 3/11/2020 ໄດ້​ລົງ​ຂ່າວ​ທີ່ ຮສ ປອ ພຸດ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ສຶກ​ສາ ໄດ້​ຊີ້​ແຈງ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ບາງ​ປະ­ເດັນ​ທາງ​ການ​ສຶກ​ສາ ເຊັ່ນ: ການ​ປະ­ລະ​ການ​ຮຽນ​ທັງ​ມັດ­ທະ­ຍົມ​ຕົ້ນ ແລະ ປາຍ.

ການ​ບໍ­ລິ­ຫານ​ການ​ສຶກ​ສາ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ​ຍັງ​ບໍ່​ທັນ​ຮັດ­ກຸມ ຄຸນ​ນະ​ພາບ​ການ​ຈັດ­ການ​ຮຽນ-ການ​ສອນ​ຍັງ​ບໍ່​ທັນ​ໄດ້​ມາດ­ຕະ­ຖານ ເພິ່ນ​ໄດ້​ເນັ້ນ​ຂອດ​ແກ້​ໄຂ​ໃສ່​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ຄູ ສ້າງ​ໃຫ້​ໄດ້​ຄູ​ເກ່ງ​ມາ​ສອນ​ໂຮງ­ຮຽນ ຖື​ເອົາ​ການ​ປະ​ເມີນ​ຄູ ໂຮງ­ຮຽນ​ເປັນ​ການ​ປັບ­ປຸງ​ກົນ​ໄກ​ບໍ­ລິ­ຫານ​ການ​ສຶກ​ສາ​ໃຫ້​ກ້າວ­ໜ້າ ເຊິ່ງ​ບັນ­ຫາ​ທາງ​ສັງ­ຄົມ​ທີ່​ສົ່ງ​ຜົນ​ກະ­ທົບ​ໃສ່​ການ​ສຶກ​ສາ​ກໍ​ແມ່ນ​ການ​ຫຼິ້ນ​ກິນ​ຟຸມ​ເຟືອຍ ບັນ­ຫາ​ຢາ​ເສບ​ຕິດ ແລະ ອື່ນໆ… ການ​ສຶກ​ສາ​ຈະ​ສາ­ມາດ​ແກ້­ຄວາມ​ໂງ່​ໄດ້ ຄົງ​ຕ້ອງ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ທາງ​ການ​ສຶກ​ສາ​ຢ່າງ​ຕໍ່​ເນື່ອງ ເຊັ່ນ: ຄູ ຫຼື ຜູ້​ບໍ­ລິ­ຫານ​ເຊິ່ງ​ບໍ່​ຄວນ​ເຂົ້າ­ໃຈ​ຕົນ​ເອງ​ຜິດ​ວ່າ ເວ­ລາ​ຮຽນ​ຈົບ​ສູງ​ມາ​ແລ້ວ ຄຸນ​ນະ​ພາບ​ຂອງ​ຕົນ​ຈະ​ເກ່ງ​ຕະ­ຫຼອດ​ເວ­ລາ ຖ້າ­ວ່າ​ຂາດ​ການ​ພັດ­ທະ­ນາ​ຄວາມ​ຮູ້​ດ້ານ​ວິ­ຊາ​ການ ຫຼື ວິ­ຊາ​ສະ­ເພາະ​ກໍ​ເຮັດ​ໃຫ້​ຕົນ​ເອງ​ອ່ອນ​ຄຸນ​ນະ​ພາບ.

ຜູ້​ຂຽນ​ຂໍ​ຍົກ​ຕົວ­ຢ່າງ: ມີ​ໂຮງ­ຮຽນ​ປະ­ຖົມ ຫຼື ມັດ­ທະ­ຍົມ​ບາງ​ແຫ່ງ​ທີ່​ມີ​ເດີ່ນ​ໂຮງ­ຮຽນ​ປູ​ຊີ­ມັງ ແຕ່​ເຕັມ​ໄປ​ດ້ວຍ​ຝຸ່ນ ເວ­ລາ​ນັກ­ຮຽນ​ລວມ​ໂຕ​ກັນ​ຫຼິ້ນ​ກີ­ລາ ບັນ­ຫາ​ແບບ​ນີ້​ຄິດ​ວ່າ​ເປັນ​ໜ້າ­ທີ່​ຂອງ​ຄະ­ນະ​ອຳ­ນວຍ​ການ ຫຼື ວ່າ​ປ່ອຍ­ປະ​ລະ­ເລີຍ​ໃຫ້​ນັກ­ຮຽນ​ດົມ​ຂີ້­ຝຸ່ນ​ທີ່​ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ​ນັກ­ຮຽນ ທ່ານ​ຜູ້​ອ່ານ​ລອງ​ຄິດ​ເບິ່ງ​ບັນ­ຫາ​ລັກ­ສະ­ນະ​ແບບ​ນີ້​ທີ່​ເກີດ​ຂຶ້ນ​ໃນ​ຫຼາຍ​ໂຮງ­ຮຽນ ຫຼື ວ່າ​ບັນ­ຫາ​ນັກ­ຮຽນ​ບໍ່​ໄດ້​ຄຸນ​ນະ​ພາບ​ນັ້ນ ແມ່ນ​ໜ້າ­ທີ່​ຂອງ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ຕ້ອງ​ຮັບ­ຜິດ­ຊອບ ຫຼື ບໍ່ ? ຜູ້​ຂຽນ​ເຄີຍ​ພົບ​ເຫັນ​ບາງ​ທັດ­ສະ­ນະ​ຂອງ​ຮອງ​ອຳ­ນວຍ​ການ​ບາງ​ທ່ານ​ທີ່​ບໍ່​ເຂົ້າ­ໃຈ​ບົດ­ບາດ​ໂຕ​ເອງ​ວ່າ ຕົນ​ເອງ​ຄື​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ເຕັມ​ໂຕ ແຕ່​ບໍ່​ຮູ້­ສຶກ ແລະ ຂາດ​ຈິດ​ສຳ­ນຶກ​ໃນ​ບົດ­ບາດ​ຕົນ​ເອງ!.

ຫາກ​ພວກ​ເຮົາ​ຕິດ­ຕາມ​ນະ​ໂນ​ຍາຍ​ພັດ­ທະ­ນາ​ການ​ສຶກ​ສາ​ຂອງ​ກະ­ຊວງ​ສຶກ​ສາ ຈະ​ພົບ​ປະ­ເດັນ​ໜຶ່ງ​ວ່າ: ການ​ສ້າງ​ສະ​ຖາ​ບັນ​ການ​ສຶກ​ສາ​ໃຫ້​ກາຍ­ເປັນ​ສູນ​ແຫ່ງ​ການ​ພັດ­ທະ­ນາ ແລະ ສູນ​ແຫ່ງ​ຄວາມ​ເປັນ​ເລີດ (COE ແລະ COD) ຖ້າ­ວ່າ​ຄູ​ບໍ່​ຖືກ​ພັດ­ທະ­ນາ​ຍົກ​ລະ­ດັບ ຫ້ອງ​ສະ­ໝຸດ ແລະ ຕຳ­ລາ​ບໍ່​ພຽງ­ພໍ​ຄົງ​ບັນ­ລຸ​ຜົນ​ບໍ່​ເຕັມ​ສ່ວນ​ປານ­ໃດ !.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!