ສອງບໍລິສັດມອບເງິນຊຸກຍູ້ທີມນັກເຕະນະຄອນຫຼວງ 125 ລ້ານກີບ

    ບໍລິສັດ ໃສທິລາດ ຂົນສົ່ງ ຈໍາກັດຜູ້ດຽວ ມອບເງິນຈຳນວນ 100 ລ້ານກີບ ແລະ ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ (AIDC) ຈຳນວນ 25 ລ້ານກີບ ລວມທັງໝົດ 125 ລ້ານກີບ ໃຫ້ກັບທັບນັກກີລາເຕະບານນະຄອນຫຼວງວຽງຈັນ ທັງປະເພດທີມຍິງ ແລະ ທີມຊາຍ ຫຼັງສ້າງຜົນງານດີ ສາມາດຜ່ານເຂົ້າສູ່ຮອບ 2 ໄດ້ສຳເລັດ ໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຊາດ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020). 

    ພິທີມອບ-ຮັບເງິນຊຸກຍູ້ໃຫ້ຄັ້ງນີ້ ໄດ້ຈັດຂຶ້ນວັນທີ 16 ພະຈິກ 2020 ຢູ່ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ ໂດຍເປັນກຽດກ່າວມອບຂອງທ່ານ ສຸກສາຄອນ ໃສທິລາດ ປະທານບໍລິສັດ ໃສທິລາດ ຂົນສົ່ງ ຈໍາກັດຜູ້ດຽວ ທ່ານ ພຶດສະພາ ພູມມາສັກ ປະທານບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ແລະ ກ່າວຮັບແມ່ນທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ມີຄະນະສະຫະພັນ ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພະຍານ.

# ຂ່າວ & ພາບ : ສີພອນ: 

error: Content is protected !!