ລຸກຊຳບວກ ມອບອຸປະກອນເຄື່ອງວິເຄາະໃຫ້ສະຖາບັນປັດສະເຕີລາວ

   ວັນທີ 16 ພະຈິກ 2020 ທີ່ສະຖາບັນປັດສະເຕີລາວ ນະຄອນຫຼວງວຽງຈັນ ມີພິທີມອບ-ຮັບ ເຄື່ອງ PCR ຈໍານວນຫຼາຍເຄື່ອງ ພ້ອມທັງອຸປະກອນຫ້ອງທົດລອງອື່ນໆອີກຈໍານວນໜຶ່ງ ມູນຄ່າ 273.000 ໂດລາສະຫະລັດ ປະມານ 2 ຕຶື້ກວ່າກີບ ເພື່ອນໍາໃຊ້ໃນການກວດວິເຄາະໃນລະດັບໂມເລກຸນໃນການຊອກຫາເຊື້ອໂຄວິດ-19 ໃຫ້ແກ່ສະຖາບັນປັດສະເຕີລາວ ກ່າວມອບໂດຍທ່ານ ແຊມ ຊະໄຣເນີ ທູດພິເສດລຸກຊຳບວກປະຈໍາລາວ ກ່າວຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ອົງການຈັດຕັ້ງສາກົນ ແຂກຖືກເຊິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

    ທ່ານ ແຊມ ຊະໄຣເນີ ກ່າວໃນພິທີມອບຄັ້ງນີ້ວ່າ: ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19 ໂດຍຜ່ານອົງການລຸກຊຳບວກເພື່ອການພັດທະນາ ໄດ້ມອບເງິນຈໍານວນ 2 ລ້ານເອີໂຣ ປະມານ 21 ຕື້ກວ່າກີບ ສໍາລັບການຕອບສະໜອງທາງການແພດ ແລະ ຈໍານວນ 1 ລ້ານເອີໂຣ ປະມານ 10 ຕື້ກວ່າກີບ ສໍາລັບການຕອບສະໜອງທາງດ້ານເສດຖະກິດ ໃຫ້ແກ່ລັດຖະບານລາວ ໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຕະຫຼອດຮອດພາລະດ້ານເສດຖະກິດທີ່ເກີດຈາກການລະບາດໃນລາວ.

    ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນປະທານສະພາບໍລິຫານຂອງສະຖາບັນປັດສະເຕີລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານລຸກຊຳບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຖາບັນປັດສະເຕີລາວ ແລະ ຍັງໄດ້ຮັບຮູ້ເຖິງການສະໜັບສະໜູນທາງດ້ານການເງິນທີ່ມີມາດົນນານໃນຂະແໜງ ສາທາລະນະສຸກໃນລາວ ນັບແຕ່ປີ 1998 ເປັນຕົ້ນມາ ໂດຍສະເພາະ ໃຫ້ການສະໜັບສະໜູນສະຖາບັນປັດສະເຕີລາວ ໂດຍຜ່ານກະຊວງການຕ່າງປະເທດລຸກຊຳບວກ ການປະກອບສ່ວນເບື້ອງຕົ້ນ 1 ລ້ານເອີໂຣ ປະມານ 10 ຕື້ກວ່າກີບ ສຳລັບການສ້າງສະຖາບັນ ຈາກນັ້ນ ກໍໄດ້ຮັບການຊ່ວຍເຫຼືອຈາກໂຄງການ Luxembourg PARECIDS ເປັນຈຳນວນ 5,1 ລ້ານເອີໂຣ 56 ຕື້ກວ່າກີບ ເພື່ອສຶກສາພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກແຊັງ ໃນຫ້ອງວິເຄາະ Lao Lux ທີ່ສະຖາບັນປັດສະເຕີລາວ ແລະ ຍັງມີເງິນທຶນ PARECIDS ອີກຈໍານວນ 3,4 ລ້ານເອີໂຣ ປະມານ 37 ຕື້ກວ່າກີບ ສໍາລັບການດໍາເນີນໂຄງການຄັ້ງຕໍ່ໄປຂອງ PARECIDS ໃນປີ 2021 ຫາປີ 2024 ເວົ້າລວມແລ້ວ ລັດຖະບານລຸກຊຳບວກ ໄດ້ປະກອບສ່ວນເກືອບ 10 ລ້ານເອີໂຣ ປະມານ 109 ຕື້ກວ່າກີບ ເພື່ອສະໜັບສະໜູນສະຖາບັນປັດສະເຕີລາວໃນທົດສະວັດທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ກະຊວງສາທາລະນະສຸກຂອງລາວ ມີຜົນໄດ້ຮັບທີ່ເປັນຫຼັກຖານເພື່ອປັບປຸງນະໂຍບາຍດ້ານສຸຂະພາບຂອງຄົນລາວໃຫ້ດີຍິ່ງຂຶ້ນ.

# ຂ່າວ & ພາບ : ບຸນມີ

error: Content is protected !!