ຮອງຫົວໜ້າພະແນກ ຖທວ ນວ ຊຸກຍູ້ວຽກງານທ່ອງທ່ຽວຢູ່ສວນວັດທະນະທໍາຊຽງຄວນ ແລະ ສວນຜູ້ໄທທີລະ

ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ (ຖວທ ນວ) ຜູ້ຊີ້ນໍາວຽກງານທ່ອງທ່ຽວ ພ້ອມດ້ວຍທ່ານນາງ ມະນີຈັນ ຜັນວາດວົງສຸກ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວ ນວ ນໍາພາບັນດາບໍລິສັດທ່ອງທ່ຽວ ຢ້ຽມຢາມສະຖານທີ່ແຫຼ່ງທ່ອງທ່ຽວສວນວັດທະນະທໍາຊຽງຄວນ ບ້ານຊຽງຄວນ ແລະ ສວນຜູ້ໄທທີລະ ບ້ານໜອງແປນເໜືອ ເມືອງຫາດຊາຍຟອງ ນວ ວັນທີ 17 ພະຈິກ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານນາງ ສ້ອຍສຸດາ ອິນເມືອງໄຊ ເຈົ້າຂອງສວນວັດທະນະທໍາຊຽງຄວນ ທ່ານນາງ ແພງສີ ທິຣະວົງ ເຈົ້າຂອງສວນຜູ້ໄທທີລະ ທ່ານ ສີສະຫວາດ ທິຣະວົງ ທີ່ປຶກສາສວນຜູ້ໄທທີລະ ທ່ານ ບຸນຍັງ ລັດຕະນະພັນ ຫົວໜ້າຫ້ອງການ ຖວທ ເມືອງຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງ.

ຈຸດປະສົງເພື່ອຊຸກຍູ້-ສົ່ງເສີມວຽກງານທ່ອງທ່ຽວພາຍໃນ ໂດຍສະເພາະສົ່ງເສີມກິດຈະກໍາ “ລາວທ່ຽວລາວ” ໃຫ້ມີບັນຍາກາດຟົດຟື້ນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອປຶກສາຫາລືລະ ຫວ່າງບໍລິສັດທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກກ່ຽວກັບດໍາເນີນທຸລະກິດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືຊ່ອງທາງການຮ່ວມມືກັນໃນຕໍ່ໜ້າ.

error: Content is protected !!