ບຣາເດີ ສົ່ງເສີມໃຫ້ຜູ້ບໍລິໂພກຫັນມາໃຊ້ວັດສະດຸການພິມແທ້

    ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້ ເພື່ອສ້າງການຮັບຮູ້ເຖິງຄວາມແຕກຕ່າງຂອງການໃຊ້ວັດສະດຸການພິມແທ້ ທັງແບບນ້ຳມຶກ ແລະ ຜົງມຶກ ເມື່ອປຽບທຽບກັບມຶກທຽບເທົ່າ ແລະ ມຶກປອມ ພ້ອມທັງຊຸກຍູ້ໃຫ້ຜູ້ໃຊ້ເຄື່ອງພິມຫັນມາໃຊ້ວັດສະດຸການພິມແທ້ ເພື່ອຄຸນນະພາບສູງສຸດໃນການພິມ ຫຼຸດຜ່ອນບັນຫາທີ່ອາດເກີດຂຶ້ນກັບວຽກພິມ ແລະ ເຄື່ອງພິມ ລວມທັງໄດ້ສິດທິປະໂຫຍດ ແລະ ຄວາມຄຸ້ມຄ່າຫຼາຍກວ່າໃນໄລຍະຍາວ ບໍ່ກະທົບຕໍ່ເງື່ອນໄຂການຮັບປະກັນຕົວເຄື່ອງ ທີ່ສຳຄັນ ຍັງບໍ່ສົ່ງຜົນເສຍຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.

    ຈາກການກວດສອບພົບວ່າ ບັນຫາເຄື່ອງພິມທີ່ເຂົ້າຮັບບໍລິການຢູ່ສູນບໍລິການ ສ່ວນໜຶ່ງມາຈາກການໃຊ້ວັດສະດຸການພິມແບບທຽບເທົ່າ ຫຼືປອມ ເຊິ່ງສົ່ງຜົນກະທົບຕໍ່ຜູ້ບໍລິໂພກຢ່າງຫຼວງຫຼາຍ ບຣາເດີຈຶ່ງເລີ່ມທີ່ຈະສົ່ງເສີມໃຫ້ຜູ້ບໍລິໂພກຫັນມາໃຊ້ວັດສະດຸການພິມແທ້ ໂດຍໄດ້ປະກາດ “ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້” ຂຶ້ນ ເພື່ອເປັນຈຸດເລີ່ມຕົ້ນໃນການສ້າງການຮັບຮູ້ທີ່ຖືກຕ້ອງໃຫ້ຜູ້ບໍລິໂພກທີ່ອາດຈະຍັງບໍ່ຮູ້ຊັດເຈນເຖິງຜົນກະທົບທີ່ກໍ່ໃຫ້ເກີດຄວາມເສຍຫາຍອັນເກີດຈາກການເລືອກໃຊ້ຂອງທຽບເທົ່າ ຫຼືຂອງປອມ.

    ທ່ານ ທີລະວຸດ ສຸພະພັນພິນໂຍ ກ່າວວ່າ: ປັດຈຸບັນ ວັດສະດຸການພິມໃນທ້ອງຕະຫຼາດ ມີທັງແບບນ້ຳມຶກ ແລະ ຜົງມຶກ ເຊິ່ງບຣາເດີມີມຶກທັງ 2 ຮູບແບບ ເພື່ອຕອບສະໜອງກຸ່ມຜູ້ບໍລິໂພກຫຼາຍຮູບແບບ ແຕ່ລະປີ ບຣາເດີໄດ້ວິໄຈ ຄິດຄົ້ນ ແລະ ພັດທະນາປະສິດທິຜົນຂອງມຶກ ໂດຍທີມ R&D ເພື່ອໃຫ້ໝັ້ນໃຈວ່າລູກຄ້າຈະໄດ້ຮັບຄວາມເພິ່ງພໍໃຈສູງສຸດໃນທຸກດ້ານ ທັງທາງດ້ານຄຸນນະພາບວຽກພິມ ຕົ້ນທຶນການພິມ ຄວາມສະດວກໃນການໃຊ້ວຽກ ລວມເຖິງມິຕິດ້ານການເປັນມິດຕໍ່ສຸຂະພາບ ແລະ ສິ່ງແວດລ້ອມຕາມປັດຊະຍາການດຳເນີນທຸລະກິດ at your side ຂອງບຣາເດີ.

    ທ່ານ ນະເອກ ສົງສິຣິ ຮັກສາການຜູ້ຈັດການທົ່ວໄປຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວວ່າ: ວັດສະດຸການພິມແທ້ຂອງບຣາເດີ ທັງແບບນ້ຳມຶກ ແລະ ຜົງມຶກ ໄດ້ຮັບມາດຕະຖານຄວາມປອດໄພ MSDS ແລະ ມີຈຳນວນແຜ່ນເຈ້ຍທີ່ລະບຸມາດຕະຖານ ISO ຜູ້ໃຊ້ຈຶ່ງໝັ້ນໃຈໄດ້ໃນການເລືອກໃຊ້ວັດສະດຸການພິມແທ້ຈາກບຣາເດີ ໂດຍສາມາດກວດສອບມຶກແທ້ຂອງ ບຣາເດີໄດ້ທີ່ https://www.brother.co.th/th-th/support/genuine-supplies.

# ຂ່າວ & ພາບ : ສະບາໄພ 

error: Content is protected !!