ຍົກລະດັບຄວາມຮູ້ ການນໍາໃຊ້ລະບົບ RTIS ຄັງເງິນເມືອງ

    ຊຸດເຝິກອົບຮົມການນໍາໃຊ້ລະບົບຄຸ້ມຄອງ ຕິດຕາມການອອກໃບຮັບເງິນຜ່ານລະບົບທະນາຄານ ຄັງເງິນແຫ່ງຊາດ ແລະ ສະຫຼຸບແບບວ່ອງໄວ (RTIS) 40 ເມືອງ ຊຸດທີ I ທີ່ໄດ້ຮັບການສະໜັບສະໜູນງົບປະມານໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ຜ່ານຜ່ານທະນາຄານໂລກ ຈັດຂຶ້ນວັນທີ 16-20 ພະຈິກ 2020 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ມີວິທະຍາກອນ ສໍາມະນາກອນ 80 ທ່ານ ທີ່ມາຈາກ 40 ເມືອງໃນທົ່ວປະເທດ.

    ການເຝິກອົບຮົມຄັ້ງນີ້ ເປັນກົນໄກໜຶ່ງໃນການຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານໃນທຸກຂັ້ນບໍ່ວ່າຈະເປັນຂັ້ນວິຊາການ ຜູ້ບໍລິຫານລະດັບກາງ ຫຼື ຜູ້ບໍລິຫານລະດັບສູງກໍຕາມ ກໍຕ້ອງໄດ້ມີການເຝິກອົບຮົມຢ່າງສະໝໍ່າສະເໝີ ເພື່ອເປັນການຮຽນຮູ້ບົດຮຽນ ເຕັກນິກ ແລະ ເຕັກໂນໂລຊີທັນສະໄໝ ເຊິ່ງມີສໍາມະນາກອນທີ່ເປັນຫົວໜ້າ ຮອງຫົວໜ້າຄັງເງິນເມືອງຈາກ 40 ເມືອງ ໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ຄວາມຮູ້ທົ່ວໄປກ່ຽວກັບການນໍາໃຊ້ຄອມພິວເຕີຂັ້ນພື້ນຖານ ການແບ່ງປັນເຄື່ອງພິມ ລະບົບຄວາມປອດໄພ ແລະ ປ້ອງກັນໄວຣັສຄອມພິວເຕີ ການນໍາໃຊ້ລະບົບ RTIS ການກວດກາ ການສົມທຽບບັນຊີ ການສະຫຼຸບລາຍງານໃນແຕ່ລະວັນ ແລະ ວິທີແກ້ໄຂກໍລະນີເກີດບັນຫາໃນການນໍາໃຊ້ລະບົບ RTIS

# ຂ່າວ & ພາບ : ຂັນທະວີ

error: Content is protected !!