Olympus ປິດຕຳນານ 84 ປີ ທຸລະກິດກ້ອງຖ່າຍຮູບ

ບໍ­ລິ­ສັດ ໂອ​ລິມ​ປັສ (Olympus) ຂອງ ຍີ່­ປຸ່ນ ປິດ​ຕຳ­ນານ​ທຸ­ລະ​ກິດ​ກ້ອງ­ຖ່າຍ­ຮູບ​ທີ່​ດຳ­ເນີນ​ການ​ມາ​ກວ່າ 84 ປີ ຫຼັງ​ຂາຍ​ກິດ­ຈະ­ການ​ໃຫ້​ກັບ​ກຸ່ມ​ທຶນ​ຮ່ວມ​ຊາດ ເຊິ່ງ​ເຂົ້າ​ຊື້​ຍີ່­ຫໍ້ ໄວ​ໂອ ຈາກ​ໂຊ​ນີ​ໄປ​ເມື່ອ 6 ປີ​ກ່ອນ.

ໂອ​ລິມ​ປັສ ເລີ່ມ​ຕົ້ນ​ທຸ­ລະ​ກິດ​ຖ່າຍ­ຮູບ​ຕັ້ງ­ແຕ່ 1936 ດ້ວຍ​ການ​ຂາຍ​ກ້ອງ​ພ້ອມ​ເລນສ໌ Zuiko ກ່ອນ​ຈະ​ພັດ­ທະ­ນາ​ກ້ອງ­ຖ່າຍ­ຮູບ​ແບບ​ພົກ​ພາ Pen Series ເມື່ອ​ປີ 1959 ທີ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຢ່າງ​ສູງ ແຕ່​ການ​ຄືບ​ຄານ​ເຂົ້າ​ມາ​ຂອງ​ສະ­ມາດ​ໂຟນ ທີ່​ໂອ​ລິມ​ປັສ ບໍ່​ສາ­ມາດ​ຢືນ​ຢັດ​ຢູ່​ໃນ​ຖາ­ນະ​ເຈົ້າ​ແຫ່ງ​ກ້ອງ­ຖ່າຍ­ຮູບ​ໄດ້ ສະ­ທ້ອນ​ຈາກ​ຜົນ​ປະ­ກອບ​ການ​ທີ່​ຂາດ­ທຶນ​ໃນ​ທຸ­ລະ​ກິດ​ກ້ອງ­ຖ່າຍ­ຮູບ​ຕໍ່​ເນື່ອງ 3 ປີ​ຊ້ອນ.

ໂອ​ລິມ​ປັສ ເປີດ­ເຜີຍ​ຂໍ້​ຕົກ­ລົງ MOU ກັບ​ທາງ​ບໍ­ລິ­ສັດ Japan Industrial Partners ທີ່​ເຂົ້າ​ຊື້​ກິດ­ຈະ­ການ​ຖ່າຍ­ຮູບ​ຂອງ​ໂອ​ລິມ​ປັສ ເມື່ອ​ມໍ່ໆມານີ້ ເຊິ່ງ JIP ເປັນ​ທີ່​ຮູ້­ຈັກ​ຈາກ​ການ​ເຂົ້າ​ຊື້​ຍີ່­ຫໍ້ ໄວ​ໂອ ຂອງ​ໂຊ​ນີ ເມື່ອ​ປີ 2014 ກ່ອນ​ຈະ​ພັດ­ທະ­ນາ​ມາ​ເປັນ​ຄອມ​ພິວ​ເຕີ​ແລບ​ທອບ ພາຍ​ໃຕ້​ຊື່​ດັ່ງ­ກ່າວ ແຕ່​ຍັງ​ບໍ່​ໄດ້​ຮັບ​ການ​ເປີດ­ເຜີຍ​ວ່າ​ທິດ​ທາງ​ຂອງ​ກ້ອງ​ໂອ​ລິມ​ປັສ ຈະ​ເປັນ​ໄປ​ໃນ​ຮູບ​ແບບ​ໃດ.

ຢ່າງ­ໃດ​ກໍ​ຕາມ ບໍ­ລິ­ສັດ Olympus Corporation ຍັງ​ດຳ­ເນີນ​ກິດ­ຈະ­ການ​ໃນ​ອຸດ­ສາ­ຫະ­ກຳ​ອື່ນໆ ທັງ​ໃນ​ຕະ­ຫຼາດ ອຸ­ປະ­ກອນ​ຜ່າ­ຕັດ ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ­ມື​ອຸດ­ສາ­ຫະ­ກຳ​ອື່ນໆ ເຊິ່ງ​ເປັນ​ລາຍ​ໄດ້​ຫຼັກ​ຂອງ​ບໍ­ລິ­ສັດ ແລະ ມີ​ອັດ­ຕາ​ສ່ວນ​ການ​ຕະ­ຫຼາດ​ໃຫຍ່​ໃນ​ລະ­ດັບ​ໂລກ ຫຼາຍ​ກວ່າ​ການ​ຂາຍ​ກ້ອງ­ຖ່າຍ­ຮູບ​ຢ່າງ​ສູງ.

error: Content is protected !!