ສິດທິຂອງສັດ ກໍມີຄວາມສຳຄັນ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ຂໍ​ເວົ້າ​ເລື່ອງ​ສິດ­ທິ​ຂອງ​ສັດ ເຊິ່ງ​ຫຼາຍໆ​ປະ­ເທດ​ໄດ້​ມີ​ມາດ​ຕະ­ການ​ທາງ​ກົດ­ໝາຍ​ປ້ອງ​ກັນ​ຄັກ­ແນ່ ເຊັ່ນ:

ທີ່ ມາ​ເລ​ເຊຍ: ກົດ­ໝາຍ​ສະ­ບັບ​ໃໝ່​ເພື່ອ​ປົກ​ປ້ອງ​ສິດ­ທິ​ຂອງ​ສັດ ແລະ ເພື່ອ​ລົງ­ໂທດ​ຜູ້​ທໍ­ລະ­ມານ​ສັດ ໄດ້​ລິ​ເລີ່ມ​ຮ່າງ​ຂຶ້ນ​ໃນ​ປີ 2016 ເພື່ອ​ໃຫ້​ລັດ​ຖະ​ສະ­ພາ​ຮັບ­ຮອງ​ເອົາ​ໃນ​ຂັ້ນ​ຕໍ່​ມາ ກົດ­ໝາຍ​ສະ­ບັບ​ນີ້​ໃສ່​ຊື່­ວ່າ “ກົດ­ໝາຍ​ເພື່ອ​ສະ­ຫວັດ­ດີ​ພາບ​ຂອງ​ສັດ” ທີ່​ໜ້າ​ສົນ­ໃຈ​ເປັນ​ພິ­ເສດ ກໍ​ຄື ກົດ­ໝາຍ​ໄດ້​ກຳ­ນົດ​ໂທດ​ຕໍ່​ຜູ້​ທໍ­ລະ­ມານ​ສັດ​ໄວ້​ດັ່ງ­ນີ້: ຜູ້​ລະ­ເມີດ​ກົດ­ໝາຍ​ເປັນ​ຄັ້ງ​ທຳ​ອິດ ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ​ລະ­ຫວ່າງ 20.000-100.000 ຣິງ​ກິດ ຫຼື ລະ­ຫວ່າງ 6.400 ຫາ 32.000 ໂດ​ລາ​ສະ­ຫະ­ລັດ ຫຼື ຖືກ​ໂທດ​ຕິດ​ຄຸກ​ສູງ​ສຸດ 3 ປີ ຖ້າ​ລະ­ເມີດ​ເປັນ​ຄັ້ງ​ທີ 2 ຈຳ­ນວນ​ເງິນ​ປັບ​ໃໝ​ຈະ​ເພີ່ມ​ຂຶ້ນ​ທົບ​ເທົ່າ ພ້ອມໆ​ກັບ​ໂທດ​ຕິດ​ຄຸກ​ຢ່າງ​ໜ້ອຍ 3 ເດືອນ.

ຂ່າວ​ບອກ​ວ່າ: ກົດ­ໝາຍ​ສະ­ບັບ​ນີ້​ໄດ້​ຮ່າງ​ຂຶ້ນ​ດ້ວຍ​ການ​ຮ່ວມ​ມື​ຈາກ​ຫຼາຍ​ພາກ­ສ່ວນ ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ທາງ​ສັງ­ຄົມ ເພື່ອ​ເຮັດ​ໃຫ້​ກົດ­ໝາຍ​ສາ­ມາດ​ປະ­ຕິ­ບັດ​ໄດ້​ຢ່າງ​ເລິກ­ເຊິ່ງ ແລະ ກວ້າງ­ຂວາງ​ໃນ​ທົ່ວ​ສັງ­ຄົມ​ມາ​ເລ​ເຊຍ.

ທີ່ ເກາະ​ໄຕ້​ຫວັນ: ໃນ​ເດືອນ​ທັນ­ວາ ປີ 2014 ຊ້າງ​ເພດ​ຜູ້​ໂຕ​ໜຶ່ງ​ໃນ​ສວນ­ສັດ​ແຫ່ງ​ໜຶ່ງ ທີ່​ເກາະ​ໄຕ້​ຫວັນ ໄດ້​ຕົກ­ລົງ​ຈາກ​ລົດ​ໃນ​ຂະ­ນະ​ຖືກ​ຂົນ​ຍ້າຍ ເຊິ່ງ​ເຮັດ​ໃຫ້​ຂາ​ມັນ​ຫັກ ແລະ ບາດ­ເຈັບ ຈາກ​ເຫດ­ການ​ດັ່ງ­ກ່າວ ທາງ​ການ​ຂອງ​ໄຕ້​ຫວັນ ຈຶ່ງ​ໄດ້​ປັບ­ປຸງ​ກົດ­ໝາຍ​ຕໍ່­ຕ້ານ​ການ​ທໍ­ລະ­ມານ​ສັດ​ໃຫ້​ເຂັ້ມ​ງວດ​ກວ່າ​ເກົ່າ ໃນ​ຄັ້ງ​ວັນ​ທີ 24 ມັງ­ກອນ 2015.

ກົດ­ໝາຍ​ໄດ້​ເພີ່ມ​ໂທດ​ໜັກ​ຂຶ້ນ​ທົບ​ເທົ່າ ສຳ­ລັບ​ການ​ເຮັດ​ໃຫ້​ສັດ​ບາດ­ເຈັບ ຫຼື ລົ້ມ​ຕາຍ ດ້ວຍ​ໂທດ​ປັບ​ໃໝ​ເປັນ​ເງິນ 1 ລ້ານ​ໂດ​ລາ​ໄຕ້​ຫວັນ ຫຼື ປະ­ມານ 260 ລ້ານ​ກີບ ບວກ​ກັບ​ໂທດ​ຕິດ​ຄຸກ​ອີກ 1 ປີ ສ່ວນ​ເຈົ້າ​ຂອງ​ສັດ​ທີ່​ນຳ​ໃຊ້​ສັດ­ລ້ຽງ​ຂອງ​ຕົນ​ເຄື່ອນ​ໄຫວ​ສະ­ແດງ​ເພື່ອ​ການ​ບັນ­ເທີງ ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ນັ້ນ ກໍ​ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ 150.000 ໂດ​ລາ​ໄຕ້​ຫວັນ (1 ໂດ​ລາ​ໄຕ້​ຫວັນ ປະ­ມານ 260 ກີບ).

ສ່ວນ​ຜູ້​ທີ່​ປ່ອຍ­ປະ​ລະ­ເລີຍ​ສັດ­ລ້ຽງ​ຂອງ​ຕົນ​ໃຫ້​ຢູ່​ແບບ​ຕາມ​ມີ​ຕາມ​ເກີດ ເຮັດ​ໃຫ້​ສັດ​ຂາດ​ນ້ຳ ຂາດ​ອາ­ຫານ ອຶດ­ຫິວ ຈ່ອຍ​ຜອມ ຫຼື ລ້ຽງ­ສັດ​ໄວ້​ສະ­ຖານ­ທີ່​ຄັບ­ແຄບ ແອ​ອັດ ກໍ​ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ​ຈຳ­ນວນ 15.000 ໂດ​ລາ​ໄຕ້​ຫວັນ ໃນ​ໂລກ​ປັດ­ຈຸ­ບັນ ນອກ­ຈາກ​ເອົາ­ໃຈ­ໃສ່​ສິດ­ທິ ກໍ​ຄື ສະ­ຫວັດ­ດີ​ພາບ​ຂອງ​ມະ­ນຸດ​ແລ້ວ ປະ­ຊາ​ຄົມ​ໂລກ​ຍັງ​ເອົາ­ໃຈ­ໃສ່​ເລື່ອງ​ການ​ປົກ​ປ້ອງ​ສິດ­ທິ​ຂອງ​ສັດ ຈາກ​ການ​ຖືກ​ທໍ­ລະ­ມານ​ແບບ​ບໍ່​ມີ​ຄວາມ​ຈຳ­ເປັນ ດ້ວຍ​ນ້ຳ­ມື​ຂອງ​ມະ­ນຸດ​ອີກ​ດ້ວຍ.

error: Content is protected !!