COVID-19 ຢູ່ລາວ ຢ່າງເຂົ້າເລກ 10 ແລ້ວ ຫຼັງວັນນີ້ມີຕິດເພີ່ມອີກ 1 ກໍລະນີ ເປັນເພດຍິງຢູ່ ນວ

    ວັນທີ 1 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມຄະນະ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດ Covid-19 ໃນ ສປປ ລາວ ວ່າ: ໃນວັນທີ 31 ມີນາ 2020 ມີກໍລະນີສົງໄສເຂົ້າເຄື່ອຂ່າຍນິຍາມ ແລະ ເກັບຕົວຢ່າງ 31 ກໍລະນີ ໃນນັ້ນ

ໄດ້ກວດພົບເຊື້ອ 1 ຄົນ ເປັນເພດຍິງ ອາຍຸ 21 ປີ ຢູ່ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີປະຫວັດອາການເຈັບເລີ່ມແຕ່ວັນທີ 27 ຫາ 29 ມີນາ ຜູ້ກ່ຽວຮູ້ສຶກມີອາການເຈັບຄໍ ຈາມ ເມື່ອຍ ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດວັນທີ 30 ມີອາການໄຂ້ ເຈັບຫົວ ປວດກ້າມເນື້ອ ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ຖືກບົ່ງມະຕິພະຍາດວ່າຕິດເຊື້ອພະຍາດ Covid-19 ເປັນຄົນທີ່ 10 ເຊິ່ງຜູ້ກ່ຽວໄດ້ມີປະຫວັດສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ຶອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL ທີ່ຢູ່ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ. 

    ສຳລັບຜູ້ທີ່ຕິດເຊື້ອຄົນທີ 10 ນັ້ນ ແມ່ນໄດ້ສຳຜັດໃກ້ຊິດກັບ 8 ຄົນ ເຊິ່ງຕໍ່ກັບຈຳນວນດັ່ງກ່າວ ແມ່ນໄດ້ແນະນຳໃຫ້ຈຳກັດບໍລິເວນ ແລະ ເຝົ້າລະວັງຕິດຕາມອາການ ສະນັ້ນ ໃນປັດຈຸບັນ ຍອດຜູ້ຕິດເຊື້ອຢູ່ລາວລວມທັງໝົດມີ 10 ກໍລະນີ ແບ່ງປັນຄົນນະຄອນຫຼວງວຽງຈັນ 7 ກໍລະນີ ແລະ ຄົນຫຼວງພະບາງ 3 ກໍລະນີ ໃນນັ້ນ ໄດ້ມີກໍລະນີສົງໄສສຳຜັດກັບຜູ້ຕິດເຊື້ອທັງໝົົດ 186 ກໍລະນີ. 

    ມາຮອດປັດຈຸບັນ ມີການກວດວິເຄາະກໍລະນີສົງໄສທັງໝົດ 437 ກໍລະນີ ໃນນັ້ນ ມີກໍລະນີຢັ້ງຢືນຕິດເຊື້ອ 10 ກໍລະນີ ໃນນີ້ ມີແຮງງານລາວມາຈາກປະເທດໄທ 45 ຄົນ ຜົນກວດທັງໝົດບໍ່ພົບເຊື້ອ.

error: Content is protected !!