
ຕອນບ່າຍວັນທີ 1 ເມສາ 2020 ຢູ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສົມດີ ດວງດີ ຮອງນາຍົກລົດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ແລະ ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຮັບເງິນອຸປະຖຳເພື່ອຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຈາກ 4 ພາກສ່ວນ ຄື: 1. ບໍລິສັດ ໄຟຟ້າ ເຊຂະໝານ 1 ຈຳກັດ ມອບເງິນຈຳນວນ 30 ພັນໂດລາສະຫະລັດ ຫຼື ປະມານ 267 ລ້ານກີບ ກ່າວມອບໂດຍທ່ານ ດິງ ຫງອກ ຢຽບ ຫົວໜ້າຫ້ອງການ ຕາງໜ້າບໍລິສັດ ຫຸ້ນສ່ວນໄຟຟ້າຫວຽດ-ລາວ. 2. ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນຈຳນວນ 100 ລ້ານກີບ ກ່າວມອບໂດຍທ່ານ ຕິງ ຢ່ອງປິ່ງ ຜູ້ອຳນວຍການໃຫຍບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ. 3. ບໍລິສັດ ຫົວເຫວີຍ ປະຈຳລາວ ມອບເງິນຈຳນວນ 500 ລ້ານກີບ ກ່າວມອບໂດຍທ່ານ ຫູເຫວີ້ຍຫົວ (ເຄວິນ) ຜູ້ອຳນວຍການໃຫຍ່ປະຈຳຫ້ອງການ ບໍລິສັດ ຫົວເຫວີຍ ເທັກໂນໂລຊີ (ລາວ) ຈຳກັດຜູ້ດຽວ. ແລະ 4. ຕາງໜ້າຄອບຄົວການນຳ ລູກຫຼານ ແລະ ສະມາຄົມທຸລະກິດ ມອບແພອັດປາກມູນຄ່າ 350 ລ້ານກີບ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລະຖະມົນຕີແຫ່ງ ສປປ ລາວ.
ໂອກາດນີ້ ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຂອບໃຈທັງ 4 ພາກສ່ວນ ທີ່ໃຫ້ຄວາມສຳຄັນໃນການສະໜັບສະໜູນເພື່ອຕ້ານ ແລະ ສະກັດກັ້ນພະຍາດ COVID-19 ພ້ອມທັງສັນຍາຈະນຳເອົາເງິນຈຳນວນດັ່ງກ່າວນີ້ ໄປໃຊ້ເຂົ້າໃນວຽກງານທີ່ຈຳເປັນ ແລະ ເລັ່ງດ່ວນ ເພື່ອປ້ອງກັນພະຍາດ COVID-19 ນີ້.